ຫາງສຽງ​ມີ​ຄວາມ​ສົນ​ໃຈຕໍ່​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ XIII

(VOVWORLD) - “ພາຍຫຼັງທີ່ ສູນກາງ ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ, ຂ້າພະເຈົ້າດີໃຈຫຼາຍ. ຂ້າພະເຈົ້າເຫັນວ່າ ປະຊາຊົນກໍດີໃຈຂະໜາດ, ເພາະວ່າ ຜ່ານມາ ໂລກລະບາດໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງປະຊາຊົນ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດກໍຫຼຸດລົງແລ້ວ, ເປັນການເປີດທິດເພື່ອຟື້ນຟູ ແລະ ພັດທະນາ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ພວກເຮົາຈະປະຕິບັດໄດ້ເປົ້າໝາຍຟື້ນຟູພື້ນຖານເສດຖະກິດ.”
ຫາງສຽງ​ມີ​ຄວາມ​ສົນ​ໃຈຕໍ່​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ XIII - ảnh 1ທ່ານ ຖ໊າຍບ໊າບິ່ງ ມີຄວາມຈັບໃຈຕໍ່ເນື້ອໃນທີ່ວ່າ ຕ້ອງຕິດພັນການກໍ່ສ້າງ, ປັບປຸງພັກ ກັບການສ້າງລະບົບການເມືອງ (ພາບ: VOV)

ຕິດຕາມກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ທ່ານ ຖ໊າຍບ໊າບິ່ງ ຢູ່ ຕາແສງ ຮຸ່ງເວືອງ, ເມືອງ ຮົ່ງບ່າງ, ນະຄອນ ຫາຍຟ່ອງ ມີຄວາມຈັບໃຈຕໍ່ເນື້ອໃນທີ່ວ່າ ຕ້ອງຕິດພັນການກໍ່ສ້າງ, ປັບປຸງພັກ ກັບການສ້າງລະບົບການເມືອງ. ທ່ານຖືວ່າ ເພື່ອປະຕິບັດໜ້າທີ່ດັ່ງກ່າວໄດ້ເປັນຢ່າງດີ, ພະນັກງານ, ສະມາຊິກພັກແຕ່ລະຄົນ, ຢູ່ຂັ້ນຮາກຖານ, ນັບແຕ່ຕາແສງ, ເມືອງ ຕ້ອງເສີມຂະຫຍາຍ “ລັກສະນະຂອງພັກ” ໃນການເຮັດວຽກ, ການດຳລົງຊີວິດປະຈຳວັນ, ຕິດພັນກັບການສ້າງໜ່ວຍ, ເຂດຊຸມຊົນ, ອົງການໃຫ້ປອດໃສ, ເຂັ້ມແຂງ.

        ທ່ານ ຫວູຈຶກ, ຢູ່ຕາແສງ ບ໊າຍຈ໊າຍ, ນະຄອນ ຮະລອງ, ແຂວງ ກວ໋າງນິງ ມີຄວາມສົນໃຈເປັນພິເສດເຖິງເລື່ອງ ສູນກາງພັກ ໄດ້ເຫັນດີເປັນເອກະພາບຄົ້ນຄວ້າ, ສ້າງແຜນການເຕີບໂຕໃໝ່ໃຫ້ແກ່ໄລຍະ “ຫຼັງໂລກລະບາດໂຄວິດ - 19” ໂດຍ ໄວ.

        “ພາຍຫຼັງທີ່ ສູນກາງ ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ, ຂ້າພະເຈົ້າດີໃຈຫຼາຍ. ຂ້າພະເຈົ້າເຫັນວ່າ ປະຊາຊົນກໍດີໃຈຂະໜາດ, ເພາະວ່າ ຜ່ານມາ ໂລກລະບາດໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງປະຊາຊົນ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດກໍຫຼຸດລົງແລ້ວ, ເປັນການເປີດທິດເພື່ອຟື້ນຟູ ແລະ ພັດທະນາ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ພວກເຮົາຈະປະຕິບັດໄດ້ເປົ້າໝາຍຟື້ນຟູພື້ນຖານເສດຖະກິດ.”

        ທ່ານ ຫງວຽນແທັງຫາຍ, ຫົວໜ້າຄຸ້ມຖະໜົນ ເລກ 10, ຕາແສງ ຫງວຽນທິມິງຄາຍ, ນະຄອນ ບັກກ້ານ, ແຂວງບັກກ້ານ ປາດຖະໜາວ່າ:

        “ຄວາມປາດຖະໜາອັນໃຫຍ່ຫຼວງທີ່ສຸດຂອງປະຊາຊົນນັ້ນແມ່ນ ເຮັດແນວໃດເພື່ອຟື້ນຟູພື້ນຖານເສດຖະກິດ, ສ້າງໄດ້ຫຼາຍວຽກເຮັດງານທຳໃຫ້ແກ່ປະຊາຊົນ. ຍັງອີກ ສອງ, ສາມເດືອນກໍຈະໝົດປີ 2021 ແລ້ວ, ຂ້າພະເຈົ້າຫວັງວ່າ ຈະປະຕິບັດສຳເລັດຄາດໝາຍເສດຖະກິດ, ສັງຄົມໃນປີ. ປີ 2022 ຈະມີບາດກ້າວກະໂດດຂັ້ນກວ່າ. ດັ່ງນັ້ນ, ປະຊາຊົນຫວັງວ່າ ສູນກາງ ຈະສືບຕໍ່ມີການຊີ້ນຳຢ່າງແຮງ ແລະ ຂ້ຽວຂາດກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ