ຫາງສຽງມີປະຕິກິຕິລາຕໍ່ເລື່ອງ ອາເມລິກາ ຕົກລົງສະໜອງລະເບີດລູກຫວ່ານໃຫ້ແກ່ ຢູແກຼນ

(VOVWORLD) - ຂໍ້ຕົກລົງຂອງອຳນາດການປົກຄອງ ອາເມລິກາ ທີ່ສະໜອງອາວຸດປະເພດນີ້ໃຫ້ແກ່ລະບອບ ກີແອັບ ແມ່ນການສະແດງໃຫ້ເຫັນການເປີດແປນແນວທາງຕ້ານ ລັດຊຍ
ຫາງສຽງມີປະຕິກິຕິລາຕໍ່ເລື່ອງ ອາເມລິກາ ຕົກລົງສະໜອງລະເບີດລູກຫວ່ານໃຫ້ແກ່ ຢູແກຼນ - ảnh 1(ພາບປະກອບ: AP)

ວັນທີ 08 ກໍລະກົດ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ເອີ້ນຂໍ້ຕົກລົງຂອງ ອາເມລິກາ ສຳລັບເລື່ອງສະໜອງລະເບີດລູກຫວ່ານ (cluster bomb) ໃຫ້ແກ່ກຳລັງປະກອບອາວຸດ ຢູແກຼນ ແມ່ນສ່ວນໜຶ່ງຂອງນະໂຍບາຍຕ້ານ ລັດເຊຍ. ຕາມທ່ານນາງໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ແລ້ວ, ຂໍ້ຕົກລົງຂອງອຳນາດການປົກຄອງ ອາເມລິກາ ທີ່ສະໜອງອາວຸດປະເພດນີ້ໃຫ້ແກ່ລະບອບ ກີແອັບ ແມ່ນການສະແດງໃຫ້ເຫັນການເປີດແປນແນວທາງຕ້ານ ລັດຊຍ, ແນໃສ່ແກ່ຍາວການປະທະກັນຢູ່ ຢູແກຼນ ຍິ່ງດົນກໍ່ຍິ່ງດີ. ຕາມທ່ານນາງ Maria Zakharova ແລ້ວ, ບົດຮຽນນຳໃຊ້ລະເບີດລູກຫວ່ານ ຢູ່ ຕາເວັນອອກກາງ ແລະ ບັນດາການປະທະກັນອື່ນໆໄດ້ຊີ້ໃຫ້ເຫັນວ່າ ລະເບີດນັ້ນອາດຈະບໍ່ແຕກໃນໄລຍະເວລາທີ່ດົນ ແລະ ຈະລະເບີດຂຶ້ນພາຍຫຼັງສິ້ນສຸດການປະທະກັນ. ສະນັ້ນ, ອາເມລິກາ ຢາກກາຍເປັນຜູ້ຮ່ວມກະທຳຜິດໃນເລື່ອງຕິດຕັ້ງລະເບີດໃນຜືນແຜ່ນດິນ ແລະ ຕ້ອງຮັບຜິດຊອບກ່ຽວກັບການເສຍຊີວິດຂອງສາມັນຊົນທັງໝົດ, ລວມທັງເດັກນ້ອຍ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແອັດສະປາຍ Margarita Robles, ກໍ່ຕຳໜິຕິຕຽນເລື່ອງ ອາເມລິກາ ສົ່ງລະເບີດປະເພດນີ້ໄປ ຢູແກຼນ. ທ່ານລັດຖະມົນຕີ ຢູແກຼນ Oleksii Reznikov, ຢືນຢັນວ່າ ກີແອັບ ຈະບໍ່ນຳໃຊ້ລະເບີດປະເພດນີ້ເພື່ອປຸກໂຈມຕີຜືນແຜ່ນດິນຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ