ຫາງສຽງລັດເຊຍ ແລະ ສາກົນຕີລາຄາສູງ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີVladimir Putin

ຫາງສຽງລັດເຊຍ ແລະ ສາກົນຕີລາຄາສູງ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີVladimir Putin - ảnh 1
ປະທານາທິບໍດີ ລັດເຊຍ ແລະ ນາຍົກລັດຖະມົນຕີ ຫງວຽນເຕີນຢູູ້ງ
(ພາບ: TTXVN)

(vovworld) –  ​​​ວັນ​ທີ 12/11, ບັນດາ​ພາຫະນະ​ສື່​ມວນ​ຊົນຂອງ ລັດ​ເຊຍ ​ແລະ ສາກົນ ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ປະທາ​ນາທິບໍດີ ລັດ​ເຊຍ Vladimir Putin, ພ້ອມ​ທັງ​ຍ້ອງຍໍ​ຊົມເຊີຍສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ສຳນັກ​ຂ່າວສານ ລັດ​ເຊຍ RIA – Novosti ​​ໃຫ້​ຂ່າວ​ທ່ານ​ປະທານາທິບໍດີ Putin ​ໄດ້​ເຊັນ​ບາງ​ຂໍ້​ຕົກລົງ​ຮ່ວມ​ມື​ສຳຄັນ​ກັບ ຫຽດນາມ ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 12/11 ​ເພື່ອ​ແນ​ໃສ່​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ - ສະຫະພັນ ລັດ​ເຊຍ. RIA – Novosti ​ໄດ​້​ຄັດ​ສະ​ເໜີ​ບົດ​ກ່າວ​ປາ​ໄສ​ຂອງ​ປະທານາທິບໍດີ Putin ພາຍຫຼັງ​ການ​ພົບປະ​ກັບ​ບັນດາ​ການ​ນຳ​ພັກ ​ແລະ ລັດ ຫວຽດນາມ, ຢືນຢັນ ທ່ານ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຢ່າງສຳເລັດຜົນ ​ແລະ​ ມີ​ຜົນ​ປະ​ໂຫຍ​ດ. ຊ່ອງ​ໂທລະພາບ​ Rusia Today ຂອງ ລັດ​ເຊຍ ກໍ່​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ປະທານາທິບໍດີ Putin ຮັບ​ຮູ້​ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ຫວຽດນາມ ມີ “ລັກສະນະ​ພິ​ເສດ”, ດັ່ງ​ນັ້ນ, ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື - ຄູ່​ຮ່ວມ​ມື 2 ຝ່າຍ. ພ້ອມ​ກັນ​ນັ້ນ, ວິ​ທະ​ຍຸ​ກະຈາຍສຽງ ລັດ​ເຊຍ (VOR) ກໍ່​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ​​ໄປ​ວາງ​ພວງມາລາ​ຢູ່​ສຸສານ​ປະທານ ​ໂຮ່ຈີ​ມິນ ພາຍຫຼັງ​ມາ​ຮອດ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ຊີ້​ແຈ້ງ​ເຫດການ​ປະທານາທິບໍດີ Putin ພ້ອມ​ກັບ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄຂ “ຊຸມ​ວັນ​ວັດທະນະທຳ ລັດ​ເຊຍ ຢູ່ ຫວຽດນາມ”, ພ້ອມ​ທັງ​ເນັ້ນໜັກ​ການ​ພົວພັນ​ທາງດ້ານວັດທະນະທຳ ລັດ​ເຊຍ ​- ຫວຽດນາມ ພວມ​ພັດທະນາ.

        ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ -  ການ​ຄ້າ, ບັນດາ​ພາຫະນະ​ສື່​ມວນ​ຊົນ ລັດ​ເຊຍ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ປະທານາທິບໍດີ Putin ທີ່​ບົດ​ກ່າວ​ປາ​ໄສ​ໃນ​ການ​ປະຊຸມ​ຂ່າວ ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເຈລະຈາ ຫວຽດນາມ - ລັດ​ເຊຍ ຊິ່ງດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ຖື​ວ່າ: ​ເລື່ອງ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ພັນທະ​ພາບ​ພາສີ (​ລວມມີ ລັດ​ເຊຍ, ​ເບ​ລາຣຸດ ​ແລະ ກາ​ຢັກ​ສະຖານ) ກັບ ຫວຽດນາມ ຈະ​ຊຸກຍູ້ການ​ເພີ່ມ​ທະວີ​ການ​ຄ້າ​ເຊິ່ງກັນ ​ແລະ ກັນ. ສື່​ມວນ​ຊົນ ລັດ​ເຊຍ ຢັ້ງຢືນ​​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ບັນດາ​ປະ​ເທດສະມາຊິກ​ພັນທະພາບພາສີ ກັບ ຫວຽດນາມ ຈະ​ປະກອບສ່ວນ​ເພີ່ມ​ວົງ​​ເງິນ​ແລກປ່ຽນ​ສິນຄ້າ 2 ຝ່າຍ. ປະຈຸ​ບັນ, ບັນດາ​ການ​ເຈລະຈາ​ຕາມ​ທິດ​ນີ້​ພວມ​ໄດ້​ຮັບ​ການ​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ.

        ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ ອັງກິດ Reuters, ສຳນັກ​ຂ່າວສານ AFP ຝຣັ່ງ, ສຳນັກ​ຂ່າວສານ AP ຂ​ອງ ອາ​ເມ​ລິ​ກາ ກໍ່​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ Vladimir Putin.



ຂ່າວ/ບົດ​ອື່ນ