ຫາງສຽງລັດເຊຍຕີລາຄາຕັ້ງໜ້າການຢ້ຽມຢາມຂອງປະທານປະເທດເຈິ່ນດ້າຍກວາງ

(VOVWORLD) - ວັນທີ 29/6, ບັນດາສຳນັກຂ່າວສານ ແລະ ສື່ສານຂອງ ລັດເຊຍ ໄດ້ໃຫ້ຂ່າວ ແລະ ບົດຕີລາຄາກ່ຽວກັບຈຸດປະສົງ, ຄວາມໝາຍ ແລະ ໝາກຜົນແຫ່ງການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ,

ຫາງສຽງລັດເຊຍຕີລາຄາຕັ້ງໜ້າການຢ້ຽມຢາມຂອງປະທານປະເທດເຈິ່ນດ້າຍກວາງ - ảnh 1 ການນຳ 2 ທ່ານ

(ພາບປະກອບ: TTXVN)

 ໃນນັ້ນຖືວ່າ, ການຢ້ຽມຢາມສະຫະພັນລັດເຊຍ ເປັນຄັ້ງທຳອິດຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນເພື່ອແນໃສ່ຊອກຫາກາລະໂອກາດເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ສຳນັກຂ່າວສານ TASS ໄດ້ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຂອງ ທ່ານປະທານປະເທດ ເຈິ່ນດ້າຍກວາງ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ມິດຕະພາບລະຫວ່າງສອງປະເທດ.

ສ່ວນໜັງສືພິມ Sputnik ໄດ້ຖືວ່າ, ປະທານາທິບໍດີ Vladimir Pu tin ແລະ ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ປຶກສາຫາລືທຸກແງ່ມູມຂອງການຮ່ວມມື, ພິເສດແມ່ນສຸມໃສ່ການຮ່ວມມືດ້ານເສດຖະກິດ. ການນຳທັງສອງກໍ່ໄດ້ປຶກສາຫາລືກ່ຽວກັບບັນດາໂຄງການຮ່ວມກັນທີ່ມີມູນຄ່ານັບ 10 ຕື້ໂດລາສະຫະລັດ.

ໃນວັນດຽວກັນ, ໜັງສືພິມ ວັງ Kremlin ກໍ່ອອກຖະແຫຼງໃຫ້ຮູ້ວ່າ, ນີ້ແມ່ນການຢ້ຽມຢາມສະຫະພັນ ລັດເຊຍ ເປັນຄັ້ງທຳອິດຂອງທ່ານ ທ່ານປະທານປະເທດ ເຈິ່ນດ້າຍກວາງ, ຜູ້ທີ່ມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງປະເທດຊາດ, ເປັນຜູ້ຕາງໜ້າລັດໃນເວທີສາກົນ ແລະ ເປັນຜູ້ເຊັນບັນດາຂໍ້ຕົກລົງລະຫວ່າງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ