ຫາງສຽງສືບຕໍ່ຊົມເຊີຍ ຂໍ້ຕົກລົງທຳລາຍ ອາວຸດເຄມີຢູ່ຊີຣີ

ຫາງສຽງສືບຕໍ່ຊົມເຊີຍ ຂໍ້ຕົກລົງທຳລາຍ ອາວຸດເຄມີຢູ່ຊີຣີ - ảnh 1
(​ພາບ:vov.vn)

 (vovworld)-  ຫຼາຍ​ປະ​ເທດສະ​ແດງຄວາມ​ຊົມ​ເຊີຍຕໍ່​ຂໍ້​ຕົກລົງ​ລະຫວ່າງ​ລັດ​ເຊຍ-​ອາ​ເມ​ລິ​ກາ ​ກ່ຽວ​ກັບ​​ເລື່ອງ​ທຳ​ລາຍ​ສາງ​ອາວຸດ​ຂອງ​ຊີຣີ. ທ່ານ​ຫວາງ​ອີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຖື​ວ່າ: ຂໍ້​ຕົກລົງ​ໄດ້​ຊ່ວຍ​ສະກັດ​ກັ້ນການ​ບຸກ​ໂຈມ​ຕີ​ຂອງ​ອາ​ເມ​ລິ​ກາ​ແນ່​ໃສ່​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີຊີຣີ Bashar al Assad. ຈີນ ​ຊົມ​ເຊີຍ​ຂໍ້ຕົກລົງລະຫວ່າງ​ລັດ​ເຊຍ-​ອາ​ເມ​ລິ​ກາ​ ຊື່​ງ​ໄດ້​ຊ່ວຍ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊີຣີ. ສະຫະພັນ​ອາຣັບ ຖື​ວ່າ: ຂໍ້​ຕົກລົງລະຫວ່າງ​ລັດ​ເຊຍ-​ອາ​ເມ​ລິ​ກາ​ ຈະ​ຊ່ວຍ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ແກ່​ສົງຄາມ​ຢູ່​ຊີຣີ. ທ່ານ Fumio Kishida ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ປະກາດ​ວ່າ ​ໂຕ​ກຽວ ຊົມ​ເຊີຍ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຄວບ​ຄຸມ ​ແລະ ປັດ​ເຂ່ຍ​ອາວຸດ​ເຄມີ​ຂອງ​ຊີຣີ ​ໂດຍ​ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ສາກົນ. ວົງ​ການ​ນັກ​ການ​ເມືອງ​ຊີຣີ ກໍ່​ມີ​ປະຕິກິລິຍາ​ອັນ​ຕັ້ງໜ້າ​ກ່ຽວ​ກັບ​ຂໍ້​ຕົກລົງລະຫວ່າງ​ລັດ​ເຊຍ-​ອາ​ເມ​ລິ​ກາ​. ທ່ານ Ali Haidar ຖື​ວ່າ: ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ສະກັດ​ກັ້ນສົງຄາມ ​ແລະ ​ແມ່ນ “​ໄຊຊະນະ​ໃຫ້​ແກ່​ຊີຣີ“.

 

 

ຂ່າວ/ບົດ​ອື່ນ