ຫາງສຽງສື່ມວນຊົນສາກົນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ຫາງສຽງສື່ມວນຊົນສາກົນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ດຳ​ເນີນ​ແຕ່​ວັນ​ທີ 20-28/1/2016 ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ການ​ເມືອງ​​ສຳຄັນ​ຂອງ​ປະ​ເທດ​ຊາດ, ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ສື່​ມວນ​ຊົນ ​ແລະ ຫາງ​ສຽງ​ສາກົນ. ໜັງສືພິມ​ພັກ​ກອມ​ມູນິດ​ອາ​ຟະ​ລິ​ກາ​ໃຕ້ ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ພັກ​ກອມ​ມູນິດ​ ອາ​ຟະ​ລິ​ກາ​ໃຕ້​ອວຍພອນ​ໃຫ້ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມປະສົບ​ຜົນສຳ​ເລັດ“. ສຳນັກ​ຂ່າວສານ AFP ຂອງ ຝລັ່ງ​ໃຫ້​ຮູ້​ວ່າ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ຫຍຸ້ງຍາກ​ໃນ​ໄລຍະ​ຜ່ານ​ມາ, ຜະລິດ​ຕະພັນ​ພາຍ​ໃນ​ຂອງ ​ຫວຽດນາມ​ພວມ​ພັດທະນາ​ໄວ​ກວ່າ​ແຜນການ​ທີ່​ໄດ້​ວາງ​ອອກ. ບັນດາ​ນັກ​ໄຈ້​ແຍກ​ຄາດ​ຄະ​ເນ​ວ່າ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ໄວ ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ ອາ​ຊຽນ.

        ສ່ວນ​ໜັງສືພິມ ​ຮວາ​ໜານ​ຢຽວ​ຕຽນ​ຈາວ​ຢາ​ວ ຂອງ​ ຈີນ ສະບັບ​ອອກ​ວັນ​ທີ 19/1 ມີ​ບົດ​ຂຽນ​ໂດຍ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ​ຄັ້ງ​ນີ້ ຈະ​ເລືອກ​ເຟັ້ນບັນດາ​ຜູ້ນຳ​ໃໝ່, ພ້ອມ​ກັບ​ບັນດາ​ຂໍ້​ຕົກລົງ​ສຳຄັນ​ໃນ​ໃນ​ການປະຕິ​ຮູບ​ເສດຖະກິດ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ ຫວຽດນາມ. ສ່ວນ​ສຳນັກ​ຂ່າວສານ BBC ຂອງ​ອັງກິດ, ຂ່າວສານ​ ຊິນ​ຮວາ ກໍ່​ມີ​ບົດ​ຂຽນ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ