ຫາງ​ສຽງ​ສາ​ກົນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາ​ມ​ຮຸນ​ແຮງ ຢູ່ ເຢ​ຣູ​ຊາ​ແລມ

(VOVWORLD) -ສະມາຊິກຂອງກຸ່ມ 4 ປະເທດ ມະຫາອຳນາດ ຕາເວັນອອກກາງ ລວມມີ ລັດເຊຍ, ອາເມລິກາ, ສະຫະພາບເອີຣົບ (ອີຢູ) ແລະ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການໃຊ້ຄວາມຮຸນແຮງຢູ່ ເຢຣູຊາແລມ, ພາຍຫຼັງໜຶ່ງວັນເກີດການປະທະກັນລະຫວ່າງຊາວ ປາແລັດສະຕິນ ແລະ ຕຳຫຼວດ ອິດສະຣາແອັນ ຢູ່ ເຂດ Haram al-Sharif ອັນໄດ້ເຮັດໃຫ້ກວ່າ 200 ຄົນໄດ້ຮັບບາດເຈັບ.
ຫາງ​ສຽງ​ສາ​ກົນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາ​ມ​ຮຸນ​ແຮງ ຢູ່ ເຢ​ຣູ​ຊາ​ແລມ - ảnh 1ການປະທະກັນ ລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອນ  ໃນວັນທີ 8 ພຶດສະພາ (ພາບ: AFP/TTXVN)

ວັນທີ 8 ພຶດສະພາ, ສະມາຊິກຂອງກຸ່ມ 4 ປະເທດ ມະຫາອຳນາດ ຕາເວັນອອກກາງ ລວມມີ ລັດເຊຍ, ອາເມລິກາ, ສະຫະພາບເອີຣົບ (ອີຢູ) ແລະ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການໃຊ້ຄວາມຮຸນແຮງຢູ່ ເຢຣູຊາແລມ, ພາຍຫຼັງໜຶ່ງວັນເກີດການປະທະກັນລະຫວ່າງຊາວ ປາແລັດສະຕິນ ແລະ ຕຳຫຼວດ ອິດສະຣາແອັນ ຢູ່ ເຂດ Haram al-Sharif ອັນໄດ້ເຮັດໃຫ້ກວ່າ 200 ຄົນໄດ້ຮັບບາດເຈັບ.

ໃນຖະແຫຼງການຮ່ວມ, ທູດພິເສດບັນດາປະເທດ ຕ່າງກໍສະແດງຄວາມວິຕົກກັງວົນ ຕໍ່ການປະທະກັນທີ່ເກີດຂຶ້ນໃນແຕ່ລະວັນ ແລະ ການໃຊ້ຄວາມຮຸນແຮງຢູ່ ພາກຕາເວັນອອກ ເຢຣູຊາແລມ. ທູດພິເສດບັນດາປະເທດ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ກັບຄວາມສ່ຽງທີ່ມີຫຼາຍຄອບຄົວຊາວ ປາແລັດສະຕິນ ຖືກໄລ່ອອກຈາກເຮືອນ, ພ້ອມທັງອອກສຽງຄັດຄ້ານຕໍ່ການກະທຳຕາມລຳພັງຝ່າຍດຽວ ເຊິ່ງອາດຈະເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ. ຖະແຫຼງການດັ່ງກ່າວ ຮຽກຮ້ອງໃຫ້ບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ອິດສະຣາແອນ ຈົ່ງລະງັບໃຈ ແລະ ຫຼີກລ້ຽງສະພາບການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຕື່ມອີກ ໃນຊຸມວັນບຸນຂອງຊາວ ມົດສະລິມ. ໄປຄຽງຄູ່ກັນນັ້ນ, ຖະແຫຼງການດັ່ງກ່າວ ກໍຢ້ຳຄືນຄຳໝັ້ນສັນຍາຂອງກຸ່ມ 4 ປະເທດມະຫາອຳນາດ ຕາເວັນອອກກາງ ສຳລັບມາດຕະການສອງລັດ ເພື່ອແກ້ໄຂການປະທະກັນລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ.


ຕອບກັບ

ຂ່າວ/ບົດ​ອື່ນ