ຫາງ​ສຽງ​ສາ​ກົນ ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ ຢູ່ ລີ​ບີ

(VOVWORLD) -  ວັນທີ 21 ສິງຫາ, ພາຍຫຼັງທີ່ບັນດາຝ່າຍປະທະກັນຢູ່ ລີບີ ປະກາດຄຳສັ່ງຢຸດຍິງໃນທົ່ວປະເທດ, ສປຊ ແລະ ອີຢິບ ໄດ້ສະແດງຄວາມຊົມເຊີຍ.
ຫາງ​ສຽງ​ສາ​ກົນ ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ ຢູ່ ລີ​ບີ - ảnh 1ບັນດາກຳລັງ GNA  ລາດຕະເວນຢູ່ Abu Qurain, ລີບີ (ພາບ: AFP/TTXVN)

        ທ່ານນາງ  Stephanie Williams ເຈົ້າໜ້າທີ່ຂັ້ນສູງ  ສັງກັດຄະນະໜູນຊ່ວຍ ສປຊ ທີ່ປະຈຳຢູ່ ລີບີ (UNSMIL) ໄດ້ອອກຖະແຫຼງການສະແດງຄວາມຊົມເຊີຍຕໍ່ບັນດາຄຳສັ່ງຢຸດຍິງ, ເຊິ່ງເອີ້ນນີ້ວ່າ ແມ່ນເຫດການປະຫວັດສາດ ຢູ່ ລີບີ. ພ້ອມກັນນັ້ນ, ທ່ານນາງ Stephanie Williams ກໍ່ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເປັນປໍລະປັກກັນຢູ່ ລີບີ ສະແດງຄວາມຮັບຜິດຊອບຕໍ່ປະຊາຊົນຂອງປະເທດນີ້.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi ກໍໄດ້ປະກາດໃນສື່ Twitter  ຂອງຕົນ ສະແດງຄວາມຊົມເຊີຍຕໍ່ບັນດາຖະແຫຼງການຂອງສະພາປະທານາທິບໍດີ ແລະ ສະພາຕ່ຳ ລີບີ ທີ່ຮຽກຮ້ອງໃຫ້ປະຕິບັດການຢຸດຍິງ ກໍຄືບັນດາບັ້ນການທະຫານໃນທົ່ວດິນແດນ ລີບີ. ທ່ານປະທານາທິບໍດີ ອີຢິບ ເນັ້ນໜັກວ່າ ບັນດາຖະແຫຼງການດັ່ງກ່າວແມ່ນ “ບາດກ້າວເດີນທີ່ສຳຄັນ” ມຸ່ງໄປເຖິງການຟື້ນຟູສະຖຽນລະພາບຢູ່ ລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ