ຫາງສຽງສາກົນກ່ຽວກັບການກະທຳຂອງຈີນບົນທະເລຕາເວັນອອກ: ສັດຈະທຳປະຫວັດສາດຢືນຢູ່ທາງຝ່າຍຫວຽດນາມ

ຫາງສຽງສາກົນກ່ຽວກັບການກະທຳຂອງຈີນບົນທະເລຕາເວັນອອກ: ສັດຈະທຳປະຫວັດສາດຢືນຢູ່ທາງຝ່າຍຫວຽດນາມ - ảnh 1
ທ່ານ Eni Faleomavaega ສະມາຊິກ​ສະພາ​ຕ່ຳ​ອາ​ເມ​ລິ​ກາ ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ເລື່ອງ​ຈີນ​ລວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ.      (ພາບ: nbcnews.com)

(vovworld)- ວັນ​ທີ 8/5, ທ່ານ Eni Faleomavaega ສະມາຊິກ​ສະພາ​ຕ່ຳ​ອາ​ເມ​ລິ​ກາ, ສະມາຊິກ​ຂັ້ນ​ສູງ​ຂອງ​ອະນຸ​ກຳມະການ​ບັນດາ​ບັນຫາ​ອາຊີ-ປາຊີ​ຟິກສັງກັດ ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ຕ່ຳ​ອາ​ເມ​ລິ​ກາ ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ເລື່ອງ​ຈີນ​ລວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ, ພ້ອມ​ທັງ​ສະ​ເໜີ​ອຳນາດ​ການ​ປົກຄອງ​ຂອງ​ປະທານ​ທິບໍດີ Barac Obama ຈົ່ງ​ມີ​ປະຕິກິ​ລີ​ຍາຢ່າງ​ຈະ​ແຈ້ງ ​ແລະ ຂ້ຽວຂາດ​ກວ່າ​ທີ່​ມີ​ຕໍ່​ບັນດາ​ການ​ກະທຳ​ຂອງ​ຈີນ.

   ​ໃນ​ແຈ້ງ​ການ​ທາງ​ສື່​ມວນ​ຊົນ, ທ່ານ Eni Faleomavaega ຢືນຢັນ​ວ່າ ຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ໄດ້​ຕັ້ງຢູ່​ໃນ​​ເຂດອະພິສິດເສດຖະກິດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຫ່າງ​ຈາກ​ເກາະ​ຫຼີ​ເຊີນ​ຂອງ​ຫວຽດນາມ 120 ​ໄມ​ທະ​ເລ. ທ່ານ Eni Faleomavaega ​ເນັ້ນ​ໜັກ​ວ່າ ບັນດາ​ຄຳ​ຮຽກຮ້ອງ​ທວງ​ເອົາອະນາ​ເຂດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບໍ່​ມີ​ພື້ນຖານ​ໂດຍອີງ​ໃສ່​ກົດໝາຍ​ສາກົນ. ການ​ກະທຳ​ເກາະ​ຜິດ​ຂອງ​ຈີນ​ແມ່ນ​ການ​ປີນ​ຂັ້ນ​ໄດ​ດ້ວຍ​ເຈດ​ຈຳນົງ​ນາບ​ຂູ່​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

     ​​ແລະ ກໍໃນ​ວັນດຽວ​ກັນ, ທີ່​ການ​ພົ​ບປະ​ກັບ​ນັກ​ຂ່າວ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ຜູ້​ຊ່ວຍລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ບັນດາ​ບັນຫາ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ທ່ານ Danieal Russel ຢືນຢັນ​ວ່າ : ອາ​ເມ​ລິ​ກາ​ຄັດຄ້ານ​ບັນດາ​ການ​ກະທຳ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ການ, ສົ່ງ​ຜົນ​ສະທ້ອນ​ເຖິງ​ເສລີພາບ, ຄວາມ​ໝັ້ນຄົງ ​ແລະ ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ກໍ​ຄື​ບັນດາ​ການ​ກະທຳ​ນຳ​ໃຊ້ ​ແລະ ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ​ຂອງ​ຈີນ.

   ​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ກັບ​ທ່າ​ນນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ແລະ ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ, ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມັກ​ຊິກ​ໂກ Alberto Anaya Gutierez ​ເນັ້ນ​ໜັກ​ວ່າ ສັດຈະທຳ​ປະຫວັດສາດ​ຢືນ​ຢູ່​ທາງ​ຝ່າຍ​ຫວຽດນາມ, ກົດໝາຍ​ສາກົນ​ສະໜັບສະໜູນ​ຫວຽດນາມ ​ແລະ ບັນຫາ​ນີ້​ຕ້ອງ​ນຳ​ມາ​ປຶກສາ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ.

  ບໍ່​ພຽງ​ແຕ່​ບັນດາ​ນັກຮຽນ​ຮູ້​ສາກົນ, ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ​ກົດໝາຍ, ນັກ​ປະຫວັດສາດ​ຢູ່​ພາຍ​ໃນປະ​ເທດ ກໍ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຫວຽດນາມ​ຂອງ​ຈີນ ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດ​ໝາຍ​ສາກົນ. ທ່ານ​ດອກ​ເຕີ ​ເຈີ​ນກົງ​ຈຸກ, ອະດີດ​ຫົວໜ້າຄະນະ​ຊາຍ​ແດນ​ລັດຖະບານ ຖື​ວ່າ : ຈຸ​ພິກັດ​ທີ່​ຝ່າຍ​ຈີນຕັ້ງຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ແມ່ນ​ນອນ​ເລິກ​ໃນ​​ເຂດອະພິສິດ ເສດຖະກິດ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

   ຫຼາຍ​ປະ​ເທດ​ອາຊີ, ​ແລະ ​ເອີ​ລົບ​ໄດ້​ກ່າວ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ຕໍ່​ກໍລະນີ​ດັ່ງກ່າວ. ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ​ປຸ່ນ Fumio Kishida ​ເນັ້ນ​ໜັກ​ວ່າ ການ​ກະທຳ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ. ສ່ວນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ ກໍສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ຕໍ່​ບັນດາ​ການ​ຜັນ​ແປ​ໃໝ່​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ປະ​ຕິ​ບັດ DOC ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ.
ຂ່າວ/ບົດ​ອື່ນ