ຫາງສຽງສາກົນຄັດຄ້ານເລື່ອງຈີນບິນທົດລອງໄປຍັງສະຫນາມບິນກໍ່ສ້າງຜິດກົດໝາຍຢູ່ໝູ່ເກາະເຈື່ອງຊາ

ຫາງສຽງສາກົນຄັດຄ້ານເລື່ອງຈີນບິນທົດລອງໄປຍັງສະຫນາມບິນກໍ່ສ້າງຜິດກົດໝາຍຢູ່ໝູ່ເກາະເຈື່ອງຊາ - ảnh 1
ສະ​ຫນາມ​ບິນ​ຢູ່​ເກາະ​ຫີນ ຈື​ເທີບ
ພາບ:​ຈາກສູນ​ຄົ້ນ​ຄ້​ວາ​ຍ່ານ​ເວ​ຫາ​ອາ​ເມ​ລິ​ກາ


(vovworld)- ອາ​ເມ​ລິ​ກາ ໄດ້​ຄັດ​ຄ້ານ​ເລື່ອງ​ຈີນ​ ບິນ​ທົດ​ລອງ​ໄປ​ຍັງ​ສະ​ຫນາມ​ບິ​ນ ຊື່ງ​ຈີນກໍ່​ສ້າງ​ຜິດ​ກົດ​ໝາຍ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ. ກ່າ​ວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ ເມື່ອ​ວັນ​ທີ 4/1 ຢູ່ ນະ​ຄອນ​ຫລວງ ວໍ​ຊີງ​ຕັນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kirby ຖື​ວ່າ: ການ​ກະ​ທຳ​ດັ່​ງ​ກ່າວ​ຂອງ​ຈີນ ພຽງ​ແຕ່​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ພາກ​ພື້ນ​ສັບ​ສົນ​ຂຶ້ນ​ຕື່ມ.

        “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ເຮືອ​ບິນ ຂອງ​ຈີນໄດ້​ ລົງ​ຈອດ​ ສະ​ຫນາມ​ບິນ​ໃນ​ເກາະ​ຫີນ​ຈື​ເທີບ​ຢູ່ ທະ​ເລ​ຕາ​ເວັນ​ອອກ​. ​ການ​ກະ​ທຳ​ນີ້​ໃນ​ເຂດ​​ທີ່​ພວມຂັດ​ແຍ້ງ​ກັນ​ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ເຄັ່ງ​ຕຶງ​ຂຶ້ນ ແລະ ນາບ​ຂູ່​ເຖິງ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.”

        ກ່ຽວ​ຂ້ອງ​ເຖິງ​ບັນ​ຫານີ້, ວັນ​ທີ 2/1, ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ Pooja Jhunjihunwala ຖື​ວ່າ: ການ​ກະ​ທຳ​ຂອງ​ຈີນ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ພ້ອມ​ທັງ​ຮຽກ​ຮ້ອງ​ທຸກ​ຝ່າຍ​ຈົ່ງ​ຕັ້ງ​ຫນ້າ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ດ້ວຍ​ການ​ຢຸດ​ຕິ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.

ໃນ​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 4/1, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Fumio Kishida ໃຫ້​ຮູ້​ວ່າ: ຍີ່​ປຸ່ນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ກະ​ທຳ​ພຽງ​ຝ່າຍ​ດຽວ​ຂອງ​ຈີນ ທີ່​ປ່ຽນ​ແປງ​ສ​ະ​ພາບ​ເດີມຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ