ຫາງສຽງສາກົນຊົມເຊີຍການຕັດສິນໃຈຢຸດຕິການທົດລອງນິວເຄຼຍຂອງ ສປປ ເກົາຫຼີ

(VOVWORLD) - ສປປ ເກົາຫຼີ ຕັດສິນໃຈຢຸດຕິບັນດາການທົດລອງນິວເຄຼຍ ແມ່ນບາດກ້າວເດີນຢ່າງຕັ້ງໜ້າ, ພ້ອມທັງຮຽກຮ້ອງໃຫ້ປະເທດ ອາຊີ ນີ້ດຳເນີນການ “ປອດນິວເຄຼຍບໍ່ສາມາດຕ່າວປິນໄດ້”.

ຫາງສຽງສາກົນຊົມເຊີຍການຕັດສິນໃຈຢຸດຕິການທົດລອງນິວເຄຼຍຂອງ ສປປ ເກົາຫຼີ  - ảnh 1

 ທ່ານນາງ Federica Mogherini, ຜູ້ຕາງໜ້າຂອງສະຫະພາບເອີລົບ

(ພາບ: AFP/TTXVN)

ວັນທີ 21 ເມສາ, ທ່ານນາງ Federica Mogherini, ຜູ້ຕາງໜ້າຂອງສະຫະພາບເອີລົບ (EU) ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດໄດ້ປະກາດວ່າ: ສປປ ເກົາຫຼີ ຕັດສິນໃຈຢຸດຕິບັນດາການທົດລອງນິວເຄຼຍ ແມ່ນບາດກ້າວເດີນຢ່າງຕັ້ງໜ້າ, ພ້ອມທັງຮຽກຮ້ອງໃຫ້ປະເທດ ອາຊີ ນີ້ດຳເນີນການ “ປອດນິວເຄຼຍບໍ່ສາມາດຕ່າວປິນໄດ້”.

        ກໍ່ໃນວັນດຽວກັນ, ອັງກິດ ກໍ່ຊົມເຊີຍການຕັດສິນໃຈຢຸດຕິການທົດລອງນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ ຈະແມ່ນບາດກ້າວເດີນຢ່າງຕັ້ງໜ້າ, ພ້ອມທັງຫວັງວ່າ ນີ້ແມ່ນສັນຍານທີ່ມີເຈດຕະນາດີ. ຖະແຫຼງການຂອງ ລັດຖະບານ ອັງກິດ ຊີ້ແຈ້ງວ່າ ລອນດອນ ຫວັງວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມມຸ່ງໄປເຖິງການເຈລະຈາໂດຍເຈດຕະນາດີຂອງ ສປປ ເກົາຫຼີ.

        ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ລັດເຊຍ ແລະ ທ່ານ Heiko Maas, ລັດຖະມົນຕີການຕ່າງປະເທດ ເຢຍລະມັນກໍ່ໄດ້ຊົມເຊີຍ ສປປ ເກົາຫຼີ ເຊັນດຽວກັນ, ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ແລະ ສປປ ເກົາຫຼີ ຫລຸດຜ່ອນບັນດາການເຄື່ອນໄຫວດ້ານການທະຫານຢູ່ເຂດ ອາຊີຕາເວັນອອກສ່ຽງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ