ຫາງສຽງສາກົນຕຳນິ ຕິຕຽນການກະທຳເກາະພິດ ຂອງຈີນ ຢູ່ທະເລ ຕາເວັນອອກ

ຫາງສຽງສາກົນຕຳນິ ຕິຕຽນການກະທຳເກາະພິດ ຂອງຈີນ ຢູ່ທະເລ ຕາເວັນອອກ - ảnh 1
ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ເຂົ້າ​ເລິກ​
ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີ​ບຂອງ ຫວຽດນາມ
(ພາບຈາກVTC)

(vovworld) – ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ເຂົ້າ​ເລິກ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີ​ບຂອງ ຫວຽດນາມ ສືບ​ຕໍ່ປະ​ເຊີນໜ້າ​ກັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຂອງ​ປະຊາ​ຄົມ​ໂລກ. ວົງ​ການ​ສື່​ມວນ​ຊົນ​ສາກົນ​ກໍ່​ອອກ​ສຽງ​ຕຳ​ນິຕິ​ຕຽນ​ບັນດາ​ການ​ກະທຳ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຊີວິດ​ອິນ​ຊີ, ຊັບ​ສິນ​ຂອງ​ຊາວ​ປະມົງ ຫວຽດນາມ ຂອງ​ບັນດາ​ກຳລັງ​ກ່ຽວຂ້ອງ​ຂອງ ຈີນ, ພິ​ເສດ​ແມ່ນ​ເຫດການ ກຳ່​ປັ່ນ​ຂອງ ຈີນ ຕຳ່ໃສ່​ກຳ່​ປັ່ນ​ຂອງ ຫວຽດນາມ ຈົນຖືກ​ຈົມ​ນ້ຳ ​ເມື່ອ​ວັນ​ທີ 26/5 ທີ່​ຜ່ານ​ມາ.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວປະຈ​​ຳ​​ໃນ​ວັນ​ທີ 27/5, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Jen Psaki ຢັ້ງຢືນ: ພຽງ​ແຕ່ ຈີນ ​ແມ່ນ​ຝ່າຍ​ເກາະ​ພິດ​ທີ່ກໍ່​ຄວາມ​ເຄັ່ງ​ຕຶງ​ໃນປະ​ຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ລັດຖະບານ ຍີ່ປຸ່ນ ​ໄດ້​ກະຕຸກ​ຊຸກຍູ້ ຈີນ ລະງັບ​ໃຈ​ກໍ່​ໜ້າ​ສະພາບ​ການ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພາຍຫຼັງ​ມີ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ກຳ່​ປັ່ນຫາ​ປາ​ຂອງ ຫວຽດນາມ ຖືກກຳ່​ປັ່ນຫາ​ປາ​ຂອງ ຈີນ ຕຳ່​ໃຫ້​ຈົມ​ນ້ຳ​​ໃນ​ເຂດ​ທະ​ເລ​ນີ້​ເມື່ອ​ວັນ​ທີ 26/5.

        ​ໃນ​ຂະນະ​ນັ້ນ, ວົງ​ການ​ນັກ​ວິຈານສາກົນ​ຢືນຢັນ​ວ່າ: ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບາດກ້າວ​ຜິດພາດ, ກໍ່​ຜົນ​ເສຍ​ຫາຍ​ເຖິງ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ນີ້​ໃນ​ເວທີ​ສາກົນ. ​ວິທະຍຸ​ກະຈາຍສຽງ ອາ​ເມ​ລິ​ກາ ຂອງ ອາ​ເມ​ລິ​ກາ ຕີ​ລາຄາວ່າ ດ້ວຍເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບຂອງ ຫວຽດນາມ  ຢູ່​ທະ​ເລ​ຕາ​ເວັນ​ອອກນັ້ນ ​ອິດ​ທິພົນ​ຊື່​ສຽງ ​ແລະ ກຽດສັກສີ​ຂອງຈີນ ຈະຖືກຊຸດໂຊມ ຢ້ອນ​ບໍ່​ຫົວຊາ​ຕໍ່​ຄວາມ​ເປັນ​ລະບຽບ​ຮຽບຮ້​ອຍ ​ແລະ ກົດໝາຍ​ສາກົນ. ຮ່ວມທັດສະນະ​ດຽວ​ກັນ, ​ໃນ​ບົດ​ຂຽນ​ລົງພິມໃນ​ໜັງ​ສືພິມ “ຜົນ​ປະ​ໂຫຍ​ດ​ຂອງ​ລັດ” (The National Interest) ຂອງ​ອາ​ເມ​ລິ​ກາ, ນັກ​ວິຈານ Brad Glosserman ຖື​ວ່າ: ອິດ​ທິພົນ​ຊື່​ສຽງ​ຂອງ ຈີນ ຖືກ​ຊຸດ​ໂຊມ​ຢ່າງ​ແຮງ​ເມື່ອ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະເທດ​ເກາະ​ຜິດ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ບັນດາ​ສຳນັກ​ຂ່າວສານ​ໂດ່​ງດັງ​ໃນ​ໂລກ​ຄື: Bloomberg ຂອງ ອາ​ເມ​ລິ​ກາ, ABC ຂອງ ອົດ​ສະ​ຕາ​ລີ, Reuters ຂອງ ອັງກິດ, ກໍ່​​ໄດ້​ໃຫ້​ຂ່າວ​ຕຳ​ນິຕິ​ຕຽນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ