ຫາງສຽງສາກົນທີ່ມີຕໍ່ການເລືອກຕັ້ງປະທານາທິບໍດີອາເມລິກາ

(VOVWORLD) -ມີຫຼາຍປະເທດ, ການນຳໃນໂລກໄດ້ສະແດງຄວາມສົນໃຈເປັນພິເສດເຖິງເຫດການສາກົນເຊິ່ງໄດ້ຮັບການຕີລາຄາວ່າເປັນໜ້າສົນໃຈທີ່ສຸດໃນປີ 2020.

ຫາງສຽງສາກົນທີ່ມີຕໍ່ການເລືອກຕັ້ງປະທານາທິບໍດີອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau

(ພາບ: BBC)

ໃນການດຳເນີນການນັບບັດເລືອກຕັ້ງປະທານາທິບໍດີອາເມລິກາ, ມີຫຼາຍປະເທດ, ການນຳໃນໂລກໄດ້ສະແດງຄວາມສົນໃຈເປັນພິເສດເຖິງເຫດການສາກົນເຊິ່ງໄດ້ຮັບການຕີລາຄາວ່າເປັນໜ້າສົນໃຈທີ່ສຸດໃນປີ 2020. ຫຼາຍປະເທດໄດ້ອອກຖະແຫຼງການຕ່າງໆກ່ຽວກັບການພົວພັນກັບອາເມລິກາ ພາຍຫຼັງການເລືອກຕັ້ງ.

        ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໃຫ້ຮູ້ວ່າ, ປະເທດນີ້ພ້ອມແລ້ວທີ່ຈະເຮັດວຽກກັບລັດຖະບານ ກໍຄືປະຊາຊົນອາເມລິກາ ໂດຍບໍ່ອີງໃສ່ໝາກຜົນການເລືອກຕັ້ງທີ່ພວມດຳເນີນໄປ. ໃນຂະນະນັ້ນ, ການນຳສູງສຸດອີຣານ, ສາດສະດາໃຫຍ່ Ali Khamenei ຖະແຫຼງວ່າ, ໝາກຜົນການເລືອກຕັ້ງປະທານາທິບໍດີອາເມລິກາ ຈະບໍ່ສົ່ງຜົນສະທ້ອນເຖິງນະໂຍບາຍຂອງອີຣານ ທີ່ມີຕໍ່ ອາເມລິກາ. ສ່ວນທ່ານອະດີດເອກອັກຄະລັດຖະທູດຈີນ ປະຈຳອັງກິດ ມາເຈີນກາງ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ຈີນ ໄດ້ກຽມພ້ອມໃຫ້ແກ່ແຜນການທີ່ກ່ຽວຂ້ອງເຖິງການເລືອກຕັ້ງອາເມລິກາ, ໃນນັ້ນໄດ້ສຸມໃສ່ກັບການພົວພັນ 2 ຝ່າຍໃນອະນາຄົດ ແທນທີ່ການຈັດແຍ້ງກັນໃນອະດີດຕະການ.

ຕອບກັບ

ຂ່າວ/ບົດ​ອື່ນ