ຫາງສຽງສາກົນວິຕົກກັງວົນຕໍ່ເລື່ອງ ສປປ ເກົາຫຼີຍິງລູກສອນໄຟ Kwangmyungsang – 3

ຫາງສຽງສາກົນວິຕົກກັງວົນຕໍ່ເລື່ອງ ສປປ ເກົາຫຼີຍິງລູກສອນໄຟ Kwangmyungsang – 3 - ảnh 1
ດ່າວທຽ​ມສັງ​ເກດ​ໜ່ວຍ​ໂລກ Kwangmyungsang – 3
(ພາບ: the3dstudio.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/12, ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ ໄດ້​ໃຫ້​ຂ່າວ​ວ່າ, ປະ​ເທດ​ນີ້​ໄດ້​ຍິງ​ດ່າວທຽ​ມສັງ​ເກດ​ໜ່ວຍ​ໂລກ Kwangmyungsang – 3 ຂຶ້ນ​ວົງ​ໂຄຈອນ​ສຳ​ເລັດ​ຜົນ.

ພາຍຫຼັງ​ທີ່ ສປປ ​ເກົາຫຼີ ປະຕິບັດ​ການຍິງ​ດ່າວທຽ​ມສັງ​ເກດ​ໜ່ວຍ​ໂລກ 2, 3 ນາທີ, ​ໂຄສົກ​ຂອງ​ລັດຖະບານ​ຍີ່ປຸ່ນ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ Osamu Fujimura ​ໃຫ້​ຮູ້​ວ່າ, ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ  ​ໄດ້​ກາຍ​ຂ້າມ​ເຂດ​ນ່ານຟ້າ Okinawa ຂອງ​ຍີ່ປຸ່ນ. ທ່ານ​ຢືນຢັນ​ວ່າ ການຍິງ​ດ່າວທຽ​ມສັງ​ເກດ​ໜ່ວຍ​ໂລກ ຂອງ ສປປ ​ເກົາຫຼີ ​ແມ່ນ​ບໍ່​ອາດ​ຮັບ​ຮູ້​ໄດ້, ພ້ອມ​ທັງ​ໃຫ້​ຮູ້​ວ່າ, Tokyo ຈະ​ຮຽກ​ໂຮມ​ສະພາ​ຄວາມ​ໝັ້ນຄົງ ສປຊ ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ກໍລະນີຍິງ​ລູກ​ສອນ​ໄຟ​ດັ່ງກ່າວ.

ພາຍຫຼັງ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ, ຟິລິບ​ປິນ ​ໄດ້​ປະກາດ ”ສັນຍານ​ເຕືອນ​ໄພ​ແດງ”, ພ້ອມ​ທັງ​ປະກາດ​ເຂດ​ຫ້າມ​ບິນ, ຫ້າມ​ຫາ​ປາ ​ແລະ ຫ້າມ​ກຳ່​ປັ່ນ​ໄປມາ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເກາະ Luzon. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Yonhap ຂອງ ສ​ເກົາຫຼີ ພັດ​ໃຫ້​ຂ່າວ​ວ່າ, ພາກສ່ວນ​ໜຶ່ງ​ຂອງ​ລູກ​ສອນ​ໄຟ​ດັ່ງກ່າວ​ຖືກ​ຕົກລົງ​ທະ​ເລ​ທີ່​ຂຶ້ນ​ກັບ​ແຂວງ Jeolla ຂອງ​ປະ​ເທດ​ນີ້. ປະທານາທິບໍດີ ສ​ເກົາຫຼີ ກໍ່​ແຈ້ງ​ວ່າຈະ​ຮຽກ​ໂຮມກ​ອງປະຊຸມ​ດ່ວນ​ຂອງ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກະທົບ​ຂອງ​ເຫດ​ຍິງ​ລູກ​ສອນ​ໄຟ​ນີ້.

ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​, ສະພາ​ຕຳ່​ອາ​ເມ​ລິ​ກາ ​ທ່ານ​ນາງ Ileana Ros – Lehtinen, ​ຖື​ວ່າ, ການຍິງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ ​ແມ່ນ​ການ​ກະທຳ​ທ້າ​ທາຍ​ໂລກ ກໍ່​ຄື​ບັນດາ​ຄູ່​​ເຈລະຈາ 6 ຝ່າຍ. ທ່ານ​ນາງ​ຮຽກຮ້ອງ​ເພີ່ມ​ທະວີ​ການ​ລົງ​ໂທດ​ພຽງ​ຢາງ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ທູດ ​ແລະ ປ້ອງ​ກັນຊາ​ດລະຫວ່າງ​ວໍ​ຊິງ​ຕັນ ​ກັບ​ພັນທະ​ມິດ​ຢູ່​ອາຊີ ປາຊີ​ຝິກ, ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ໄພ​ຂົ່ມຂູ່​ຈາກ ສປປ ​ເກົາຫຼີ.

ຂ່າວ/ບົດ​ອື່ນ