ຫາງສຽງສາກົນສືບຕໍ່ມີ ບັນດາປະຕິກິລິຍາ ກ່າວປະນາມຈີນ ກໍ່ຄວາມ ເຄັ່ງຕຶງຢູ່ທະເລຕາເວັນອອກ

ຫາງສຽງສາກົນສືບຕໍ່ມີ ບັນດາປະຕິກິລິຍາ ກ່າວປະນາມຈີນ ກໍ່ຄວາມ ເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
ກອງ​ປະຊຸມ​ຂອງຄະນະ​ກຳມະການ​ບັນດາ​ປະ​ເທດ ອາ​ຊຽນ ຢູ່ ອາບຟຣີກາ​ໃຕ້
(ພາບ: Minh Đức/Vietnam+)

(vovworld) - ວັນ​ທີ 13/5, ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ວັນ​ທີ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ​ນາງ Jen Psaki ​ໄດ້​ປະຕິ​ເສດຕໍ່​ຄຳ​ກ່າວ​ຫາ​ຈາກ​ຝ່າຍ​ຈີນ ​ທີ່​ວ່າ: ການ​​ເຂົ້າ​ຮ່ວມຂອງ ອາ​ເມ​ລິ​ກາ ​​ໃນ​ບັນດາ​ການ​ຜັນ​ແປຫຼ້າ​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ມ້າງ​ທຳລາຍ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ຈີນ ທີ່​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຕີ​ລາຄາ​ເຄັ່ງ​ຕຶງ​ທັງ​ໝົດ​ບໍ່​ແມ່ນ ຈີນ ​ເປັນ​ຜູ້​ກໍ່​ຂຶ້ນ​ນັ້ນ, ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Jen Psaki ​ໃຫ້​ຮູ້​ວ່າ: ​ເລື່ອງ​ຢັ້ງຢືນ ຈີນ ​ເກາະ​ຜິດ, ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່​ແມ່ນ​ທັດສະນະ​ຂອງ ອາ​ເມ​ລິ​ກາ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ທັດສະນະ​ຂອງ​ຫຼາຍ​ປະ​ເທດ​ອີກ​ດ້ວຍ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ Pretoria, ຄະນະ​ກຳມະການ​ບັນດາ​ປະ​ເທດ ອາ​ຊຽນ ຢູ່ ອາບຟຣີກາ​ໃຕ້ (APC) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ເອກ​ອັກຄະ​ລັດຖະທູດ​ເພື່ອ​ແນ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ສະພາບ​​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ເລ​ຮູ​ຍຮ່ວາງ, ປະທານ APC. ທີ່​ກອງ​ປະຊຸ​ມ, ບັນດາ​ເອກ​ອັກຄະ​ລັດຖະທູດ ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຜັນ​ແປ​ເຄັ່ງ​ຕຶງ​ໄລຍະ​ມໍ່ໆ​ມາ​ນີ້​​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ: ອາ​ຊຽນ ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຕັດ​ສິນ​ໃຈ​​ຮັກສາ, ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມໝັ້ນຄົງ, ຄວາມ​ສະຫງົບປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ​​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ​ໃນ​ປີ 2015. ທ່ານ​​ເອກ​ອັກຄະ​ລັດຖະທູດ ​ເລ​ຮູ​ຍຮ່ວາງ ​ໄດ້ປະກາດ​ແຫຼ່ງຂ່າວ​ລະອຽດ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ ອາ​ຊຽນກ່ຽວ​ກັບ​ການ​ຜັນ​ແປ​ຫຼ້າ​ສຸດ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢູ່​​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ປະຊາ​ຄົມ​ໂລກ​ສືບ​ຕໍ່​ສາມັກຄີ​ສະໜັບສະໜູນ​ຄຳ​ຮຽກຮ້ອງ​ເປັນ​ທຳ​ຂອງ ຫວຽດນາມ, ອອກສຽງ​ຄັດຄ້ານ​ການ​ກະທຳ​ລະ​ເມີດ​ຂອງ ຈີນ, ປະ​ກອບ​ສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຄວາມ​ສະຫງົບ, ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.



ຂ່າວ/ບົດ​ອື່ນ