ຫາງສຽງສາກົນສະໜັບສະໜູນຄຳຕັດສິນຂອງສານກຳມະການສາກົນກ່ຽວກັບກໍລະນີຮ້ອງຟ້ອງບັນຫາທະເລຕາເວັນອອກ

ຫາງສຽງສາກົນສະໜັບສະໜູນຄຳຕັດສິນຂອງສານກຳມະການສາກົນກ່ຽວກັບກໍລະນີຮ້ອງຟ້ອງບັນຫາທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) –  ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ສາກົນ ກ່ຽວຂ້ອງ​ເຖິງ​ກໍລະນີ​ຮ້ອງ​ຟ້ອງບັນ​ຫາ​ທະ​​ເລ​ຕາ​ເວັນ​ອອກຂອງຟ​ີລິບ​ປີນ ພວມ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​​ໂລກ ​ແລະ ຫາງ​ສຽງ​ປະ​ເທດ​ຝລັ່ງ. ພາຍ​ຫຼັງ​ຄົ້ນຄວ້າ​ບົດ​ອະ​ພິປາຍຂອງ​ຟິລິບ​ປີນ, ​​​​ແຕ່ວັນ​ທີ 07 – 13/07, ​ໃນ​ຂອບ​ເຂດກໍ​ລະ​ນີ​ນີ້​ຮ້ອງ​ຟ້ອງຈີນ ກ່ຽວ​ກັບ​ບັນຫາ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ວັນ​ທີ 29/10, ສານ​ກຳມະການ​ສາກົນ (PCA) ​ໄດ້ອອກແຈ້ງ​ການ​ໂດຍ​ຊີ້​ແຈ້ງວ່າ, ທັງ​ຟິລິບ​ປີນ ​ແລະ ຈີນ ລ້ວນ​ແຕ່​​ແມ່ນ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ສົນ​ທິ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ​ແລະ ຍ້ອນ​ເຫດ​ນັ້ນ, ​ແມ່ນຕ້ອງ​ມີ​ຄວາມ​ຮັບຜິດຊອບ​​ແກ້​ໄຂ​ການຂັດ​ແຍ້​ງຕາມ​ຂ້ໍກຳນົດ​ຂອງ UNCLOS. ​ເລື່ອງ​ຈີນ​ ຕົກລົງບໍ່​ເຂົ້າ​ຮ່ວມ​ການ​ຮ້ອງ​ຟ້ອງ ຈະ​ບໍ່​​ເຮັດ​ໃຫ​້​ສິດ​ຕັດ​ສິນ​ຂອງ​ສານ​ກຳມະການ​ສາກົນ​ປ່ຽນ​ແປງໄດ້ ​ແລະ ​ເລື່ອງຟິລິບ​ປີນ ດຳ​ເນ​ີນການ​ຮ້ອງ​ຟ້ອງ​ພຽງ​ລຳພັງ​ຝ່າຍ​ດຽວກໍບໍ່​ລະ​ເມີດ​ວິວັດທະນາ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງຕາມ UNCLOS.

      ວັນ​ທີ 30/10, ໜັງ​ສື​ພິມ​ສະບັບ​ຕ່າງໆ​ຄື: Le Momde, RFI, AFP ຂອງຝລັ່ງ ​ພ້ອມ​ກັນ​ໃຫ້​ຂ່າວ​ກ່ຽວ​ກັບ​​ເຫດການ​ດັ່ງກ່າວ ​ແລະ ຢືນຢັນ​ວ່າ, ​ເລື່ອງ​ຈີນ ບໍ່​ເຂົ້າ​ຮ່ວມ​ການ​ຮ້ອງ​ຟ້ອງ ຈະບໍ່​ສົ່ງ​ຜົນ​ສະທ້ອນ​​ເຖິງການຕັດສິນ​ຂອງ​ສານ. ຕາມ​ສຳນັກ​ຂ່າວສານ​ອັງກິດ Reuters, ທີ່​ຕັ້ງ​ບົດບາດ​ທາງດ້ານ​ການ​ທູດ​ຂອງ​ປັກ​ກິ​ງ ຈະ​ຖືກ​​ສູນເສຍ​ຢ່າງ​ໃຫຍ່​ຫຼວງ ຖ້າ​ຫາກ​ສານ​ອອກ​ຄຳ​ຕັດສິນ ວ່າຈີ​ນລະ​ເມີດ​ໜຶ່ງ​ໃນ​ບັນດາ​ຂໍ້​ກຳນົດ​ຂອງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ