ຫາງສຽງສາກົນໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມກຳນົດທິດທາງພັດທະນາປະເທດຊາດ

ຫາງສຽງສາກົນໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມກຳນົດທິດທາງພັດທະນາປະເທດຊາດ - ảnh 1
ພາບປະກອບ

(vovworld) –  ​​ເນື່ອງ​ໃນ​​ໂອກາດ ຫວຽດນາມ ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ໜັງສືພິມ, ສື່ສານ​ສາກົນ​ສືບ​ຕໍ່​​ໃຫ້ຫຼາຍ​ຂ່າວ, ບົດ, ​ໃຫ້​ຂໍ້​ສັງ​​ເກດ​ກ່ຽວ​ກັບ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ ​ແລະ ຄວາມ​ສຳຄັນ, ​ເປັນ​ຂີດ​ໝາຍ​ບາດກ້າວ​ຢ່າງໃຫຍ່​ຫຼວງ​ໃນ​ພາລະກິດ​ສ້າ​ງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຂອງ ຫວຽດນາມ.

        ວັນ​ທີ 20/1, ສຳນັກ​ຂ່າວສານ ຊິນ​ຮວາ ຂອງ​ຈີນ ມີ​ບົດ​ຂຽນ​​ໂດຍ​ໃຫ້​ຮູ້ວ່າ:  ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ພົ້ນ​ເດັ່ນ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ປະຕິບັດ​ພາລະກິດ​ປະຕິ​ຮູບ​ດ້ານ​ເສດຖະກິດ​ດ້ວຍ​ຫົວ​ຂໍ້ “ປ່ຽນ​ໃໝ່”. ດ້ວຍ​ພື້ນຖານ​ທີ່​ໝັ້ນຄົງ​ນີ້, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແນ່ນອນ​ວ່າ​ຈະ​ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ​ພໍ​ສົມຄວນ. ກໍ​ໃນ​ວັນ​ດຽວ​ກັນ, ໜັງສືພິມ​ລາຍ​ວັນ ຊຽງ​ໄຮ້ ມີ​ບົດ​ວິ​ໄຈ “ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ”. ໜັງສືພິມ South China Morning Post (​ຮົງ​ກົງ, ປະ​ເທດ​ຈີນ) ກໍຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ນັກ​ຊ່ຽວຊານ David Brown ຂອງ​ ອາ​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ສ້າງຮູບ​ຮ່າງ​ອະນາຄົດ​ຂອງ ຫວຽດນາມ. ສ່ວນ​ໜັງສືພິມ Nikkei Asian Review ຂອງ ຍີ່ປຸ່ນ ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ​ກອງ​ປະຊຸມ​ໃຫຍ່​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ຈະ​ເປີດ​ສັງ​ກະລາດພັດທະນາ​ໃໝ່​ໃຫ້​​ແກ່ ຫວຽດນາມ.

        ​ໃນ​ຂະນະ​ນັ້ນ, ບົດ​ຂຽນ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໃນ​ແວບ​ໄຊ Bloomberg ຂອງ​ ອາ​ເມ​ລິ​ກາ ​ກໍ​ເຕື້​ອງ​ເຖິງ​ການ​ກະທົບ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​​ເຖິງ​ການ​ພັດທະນາ​ເສດ​ຖະກິດ​ຂອງ ຫວຽດນາມ.

        ຕາມ AFP ຂອງ ຝຣັ່ງ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຖືກ​ດຳ​ເນີນ​ໄປ​ໃນຈຸດ​ເວລາ​ທີ່ ຫວຽດນາມ ​ຫວນ​ຄືນ, ຕີ​ລາຄາ ​ແລະ ສືບ​ຕໍ່​ກ້າວ​ຂຶ້ນ​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່. ສ່ວນ​ໜັງສືພິມ New York Times ຂອງ ອາ​ເມ​ລິ​ກາ ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກຈະ​ມີ​ການ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ແນວທາງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ສະພາບ​ການ ຫວຽດນາມ ພວມ​ຢືນ​ຕໍ່ໜ້າ​ກາລະ​ໂອກາດ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງໃນ​ການ​ເຊື່ອມ​​ໂຍງ​, ພິ​ເສດ​ແມ່ນ​ການ​ທ້າ​ທາຍ​ກ່ຽວ​ກັບ​ອະທິປະ​ໄຕ​ເມື່ອ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ.

        ໜັງສືພິມ “ຂ່າວ​ຄາວ​ປະຊາຊົນ” ຂອງ​ລັດ​ເຊຍ ສະບັບ​ອອກ​ໃນ​ວັນ​ທີ 20/1 ​ໄດ້​ລົງ​ພິມ​ບົດ​ຂຽນ​ພາດທີ່​ຫົວ​ຂໍ້​ວ່າ “ຫວຽດນາມ ຢັ້ງຢືນ​ນະ​ໂຍບາຍ​ປ່ຽນ​ໃໝ່”. ສ່ວນ​ໜັງສືພິມ “ປະ​ເທດ​ເຢຍລະ​ມັນ​ໃໝ່” (Neues Deutschland) ​ໃນ​ວັນ​ທີ 20/1 ກໍມີ​ບົດ​ຂຽນດ້ວຍ​ຫົວ​ຂໍ້ “ພັກ​ກອມ​ມູນິດ ຫວຽດນາມ ສືບ​ຕໍ່​ພາລະກິດ​ປ່ຽນ​ໃໝ່” ຂອງ​ນັກ​ຂ່າວ Detlef Pries.


ຂ່າວ/ບົດ​ອື່ນ