ຫາງ​ສຽງ​ໂລກ ຕໍ່​ການ​ຕົກ​ລົງ​ຢຸດ​ຕິ​ການ​ອອກ​ຮັບສະ​ໝັກ​ເລືອກ​ຕັ້ງ​ຂອງ​ທ່ານ​ປະ​ທາ​ນາ​ທາ​ບໍ​ດີ ອາ​ເມ​ລິກ​ກາ Joe Biden

(VOVWORLD) - ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ ທ່ານເຄົາລົບການຕັດສິນຂອງທ່ານປະທານາທິບໍດີ Joe Biden  ແລະ ທ່ານຫວັງວ່າຈະສືບຕໍ່ຮ່ວມມືກັບທ່ານປະທານາທິບໍດີ Joe Biden ໃນໄລຍະເວທີທີ່ຍັງເຫຼືອຂອງອາຍຸການນີ້.

ວັນທີ 21 ກໍລະກົດ, ທ່ານປະທານາທິບໍດີ Joe Biden ໄດ້ປະກາດຈະບໍ່ສືບຕໍ່ດຳເນີນບັ້ນຫາສຽງເລືອກຕັ້ງ ປະທານາທາບໍດີ ອາເມລິກາ ປີ 2024, ພ້ອມທັງສະເໜີ ທ່ານນາງ Kamala Harris ຮອງປະທານາທາບໍດີ ອາເມລິກາ ເປັນຜູ້ປ່ຽນແທນ ໃນບັ້ນຫາສຽງເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ. ການຄຳຕັດສິນໃຈຂອງທ່ານປະທານາທິບໍດີ  Joe Biden ດຶງດູດຄວາມສົນໃຈຂອງການນຳຫຼາຍປະເທດໃນໂລກ.

ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ ທ່ານເຄົາລົບການຕັດສິນຂອງທ່ານປະທານາທິບໍດີ Joe Biden  ແລະ ທ່ານຫວັງວ່າຈະສືບຕໍ່ຮ່ວມມືກັບທ່ານປະທານາທິບໍດີ Joe Biden ໃນໄລຍະເວທີທີ່ຍັງເຫຼືອຂອງອາຍຸການນີ້. ທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris ສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານາທາບໍດີ Joe Biden ຍ້ອນການປະກອບສ່ວນຂອງທ່ານຕໍ່ລັດທິຫຼາຍຝ່າຍ ແລະ ບັນດາມາດຕະການແກ້ໄຂລວມ.

ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ສະແດງຄວາມຂອບອົກຂອບໃຈທ່ານປະທານາທິບໍດີ Joe Biden   ຍ້ອນສິ່ງທີ່ທ່ານໄດ້ເຮັດໃຫ້ແກ່ອົງການສົນທິສັນຍາອັດລັງຕິກເໜືອ (NATO). ຕາມທ່ານນາຍົກລັດຖະມົນຕີ ເຢຍລະມັນແລ້ວ, ທ່ານປະທານາທາບໍດີ Joe Biden   ໄດ້ຊ່ວຍໃຫ້ການຮ່ວມມືຂ້າມອັດລັງຕິກເໜືອ ແໜ້ນແຟ້ນກ່ວາເກົ່າ, NATO ມີຄວາມເຂັ້ມແຂງກ່ວາ ແລະ ອາເມລິກາແມ່ນຄູ່ຮ່ວມມືທີ່ດີ ແລະ ເປັນໜ້າເຊື່ອໃຈຂອງເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ