ຫາງສຽງໂລກກ່ຽວກັບບັ້ນຮົບ ດ້ຽນບຽນຝູທາງອາກາດ

ຫາງສຽງໂລກກ່ຽວກັບບັ້ນຮົບ ດ້ຽນບຽນຝູທາງອາກາດ - ảnh 1

(ພາບປະກອບ:laodong.com.vn)

(VOV)-   ​​ໄຊຊະນະ “ດ້ຽນບຽນ​ຝູທາງ​ອາກາດ“ ປີ 1972 ​ແມ່ນ​ວິລະ​ກຳ​ດີ​ເດັ່ນ​ທີ່​ສຸດ​ຂອງ​ສົງຄາມ​ປະຊາຊົນ​ຢູ່​ພາກ​ເໜືອ​ຫວຽດນາມ, ຕີ​ເອົາ​ຊະນະ​ສົງຄາມ​ທຳລາຍ​ດ້ວຍ​ກຳລັງ​ອາກາດ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ. ຫາງ​ສຽງ​ໂລ​ກ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍຂອງ​ໄຊຊະນະ ກໍ່ຄື​ຍຸດທະວິທີ​ຂອງ​ກອງທັບ​ຫວຽດນາມ ພ້ອມ​ທັງ​ກ່າວ​ປະນາມ​ການ​ຖີ້ມລະ​ເບີດ​ໃສ່​ຮ່າ​ໂນ້ຍ ຂອງ​ກອງທັບ​ອາກາດ​ອາ​ເມ​ລິ​ກາ.

     ທ່ານ​ພົນ​ໂທ Anotoli Khiupenen ອະດີດຫົວໜ້າ​ຄະນະ​ທີ່​ປຶ​ກສາ​ການ​ທະຫານ​ໂຊວຽດເກົ່າ ຢູ່​ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ບັ້ນຮົບ ​ດ້ຽນບຽນ​ຝູທາງ​ອາກາດ ຂອງຫວຽດນາມ ​ເໝືອນກັບ​ບັ້ນຮົບ Staligrad ຂອງ​ໂຊ​ວຽດ. ສ່ວນ​ທ່ານ​ພົນ​ຕີ Victor Ivanovich Filippnov ອະ​ດີດ​ຜູ້​ຊ່ຽວ​ຊານການ​ທະຫານລັດ​ເຊຍ ​ເຄີຍປະຕິບັດ​ງານ​ຢູ່​ຮ່າ​ໂນ້ຍ​ເມື່ອປີ 1972 ຢັ້ງຢືນ​ວ່າ: ປັດ​ໄຈ​ຕັດສິນ​ຊີ້​ຂາດ​ຂອງ​ໄຊຊະນະ​ນີ້​ແມ່ນ​ປະຊາຊົນຫວຽດນາມ:

   “ຊາດ​ຫວຽດນາມ​ ແມ່ນ​ຊາດ​ວິລະ​ຊົນ ​ແລະ ກອງທັບ​ອາ​ເມ​ລິ​ກາ​ ບໍ່​ທັນຖອດ​ຖອນ​ບົດຮຽນໄດ້ ຂະນະ​ທີ່​ຍັງ​ມີ​ກົນອຸບາຍ​ຢາກ​ເອົ​າຊະນະ​ເຈດ​ບໍ່ຍອມ​ຈຳນົນຂອງ​ຊາດ​ຫວຽດນາມດ້ວຍ​ລູກ​ລະ​ເບີດ. ປະຊາຊົນ​ຫວຽດນາມ ​ໄດ້​ທຳ​ການຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຕົນ ​ແລະ ພາລະກິດ​ອັນ​ຊອບ​ທຳນັ້ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ມະນຸດ​ຜູ້ກ້າວໜ້າ​ໃນ​ໂລກ​ກໍ່​ຄື​ຢູ່​ປະ​ເທດ​ອາ​ເມ​ລິ​ກາ. ຫວຽດນາມ ​ໄດ້​ກາຍ​ເປັນ​ສັນຍາ​ລັກ​​ແຫ່ງການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​

    ທ່ານ​ດຣ John Prados ນັກ​ປະຫວັດສາດ​ອາ​ເມ​ລິ​ກາ ຖື​ວ່າ: ມີ​ຫຼາຍ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ກອງທັບ​ອາ​ເມ​ລິ​ກາ​ ຖືກ​ປະລາ​ໄຊ​ໃນ​ບັ້ນຮົບ​ຖີ້ມລະ​ເບີດຖະຫຼົ່ມ​ພາກ​ເໜືອ​ຫວຽດນາມ:

   “ທາງພາກ​ເໜືອ​ຫວຽດນາມ ​ໄດ້​ກະກຽມ​ການປ້ອງ​ກັນ​ນະຄອນຮ່າ​ໂນ້ຍ ​ແລະ ຍົກຍ້າຍ​ປະຊາຊົນ​ເພື່ອ​ຈຳກັດ​ການ​ບາດ​ເຈັບ​ລົ້ມຕາຍ. ກຳລັງ​ປ້ອງ​ກັນ​ອາກາດ​ພາກ​ເໜືອ​ຫວຽດນາມ​ ໄດ້​ຝຶກຊ້ອມຢ່າງ​ລະອຽດ​ທີ່​ສຸດ​ຕໍ່​ກໍ​ລະ​ນີອາ​ເມ​ລິ​ກາ​ ອາດ​ຈະ​ບຸກ​ໂຈມ​ຕີ​ຮ່າ​ໂນ້ຍ, ຫາຍ​ຟ່ອງ. ສ່ວນ​ອາ​ເມ​ລິ​ກາ ບໍ່​ໄດ້​ສ້າງ​​ແຜນການ​ລະອຽດ, ບໍ່​ຄິດ​ໄລ່​ເຖິງ​ຄວາມ​ສາມາດ​ປ້ອງ​ກັນ​ຢ່າງ​ແຂງແຮງ​ຄື​ແນວ​ນັ້ນຂອງ​ພາກ​ເໜືອ​ຫວຽດນາມ“.

   ຫາງ​ສຽງຝ່າຍ​ຕາ​ເວັນ​ຕົກ​ໃນ​ເວລາ​ນັ້ນກໍ່​ໄດ້​ຕີ​ລາຄາ​ວ່າ: ​ໄລ​ຊະນະ ດ້ຽນບຽນ​ຝູທາງ​ອາກາດ ​ໄດ້​ທຳລາຍ​ກົນອຸບາຍ​ເຈລະຈາ​ໃນ​ທ່າ​​ໄດ້​ປຽບຂອງ​ອຳນາດ​ການ​ປົກຄອງ Nixon ບັງຄັບ​ໃຫ້​ອາ​ເມ​ລິ​ກາ ຕ້ອງ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ, ກ້າວ​ໄປ​ເຖິງ​ການ​ເຊັນ​ສັນຍາ​ປາຣີ ກ່ຽວ​ກັບ​ການ​ຖອນ​ທະຫານ​ອອກ​ຈາກ​ຫວຽດນາມ, ສ້າງ​ປະຖົມປັດ​ໄຈ​ເພື່ອ​ໃຫ້​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ​ເມື່ອວັນ​ທີ 30/4/1975.

 

 

ຂ່າວ/ບົດ​ອື່ນ