ຫາງສຽງໂລກຍ້ອງຍໍສັນລະເສີນຄວາມປີຊາສາມາດ,ຄຸນສົມບັດທ່ານພົນເອກຫວໍ້ງວຽນຢາບ

(vovworld)- ພາຍຫລັງ​ໄດ້​ຮັບ​ຂ່າວ​ວ່າ ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 4/10, ບັນດາ​ພາຫະນະ​ສື່​ມວນ​ຊົນ​ໃນ​ທົ່ວ​ໂລກ​ໄດ້​ອອກ​ຂ່າວ​ຄາວດັ່ງກ່າວ​ພ້ອມ​ກັບ​ບັນດາຂ່າວ, ບົດ, ຮູບ​ພາບ​ຍ້ອງຍໍ​ສັນ​ລະ​ເສີນ​ຊີວິດ ​ແລະ ພາລະກິດ​ຂອງ​ທ່ານ​ພົນ​ເອກ ຫວໍ້ງວຽນ​ຢາ​ບ.

ຫາງສຽງໂລກຍ້ອງຍໍສັນລະເສີນຄວາມປີຊາສາມາດ,ຄຸນສົມບັດທ່ານພົນເອກຫວໍ້ງວຽນຢາບ - ảnh 1

        ດ້ວຍ​ຫົວ​ຂໍ້: ພົນ​ເອກ​ ຫວໍ້ງວຽນ​ຢາ​ບ ຜູ້​ປີ​ຊາ​ສາມາດ​ໄດ້​ເຖິງ​ແກ່​ມໍລະນະ​ກຳ”, ສຳນັກ​ຂ່າວສານ AP ຂອງ​ອາ​ເມ​ລິ​ກາ ​ໄດ້​​ຂຽນ​ວ່າ: ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ແມ່ນ​ນັກ​ບັນຊາ​ການ​ທະຫານ​ທີ່​ປີ​ຊາ​ສາມາດ, ນັກ​ວິລະ​ຊົນ​ຂອງ​ຊາດ, ​ແມ່ນ“ Napoleon ​ແດງ” ​ໄດ້​ຕີ​ເອົາ​ຊະນະພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ. ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ John McCain ຂຽນ​ໃນ​ຫນ້າ​ເວັບ​ສ່ວນ​ຕົວ​ວ່າ: ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ໄດ້​ເຖິງ​ແກ່​ມໍລະນະ​ກຳ. ​ເພີ່ນ​ແມ່ນ​ນັກ​ຍຸດ​ທະ​ສາດ​ການ​ທະຫານ​ທີ່​ປີ​ຊາ​ສາມາດ​ ​ໄດ້​ເວົ້າ​ກັບ​ຂ້າພະ​ເຈົ້າ​ວ່າ ພວກ​ເຮົາ​ແມ່ນ​ບັນດາ​ສັດ​ຕູ​ກິຕິ​ມະ​ສັກ.

ຫນັງສື​ພີ​ມ Financial Times ຂອງ​ອັງກິດ ​ໄດ້​ວິຈານ​ວ່າ: ພົນ​ເອກ ຫວໍ້ງວຽນ​ຢາ​ບ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ​ບັນຊາ​ການ​ທະຫານ​ທີ່​ດີ​ເລີດ​ກວ່າ​ໝູ່​ຂອງສັດຕະວັດ​ທີ 20.

ສ່ວນ​ຫນັງສື​ພີ​ມ Le Monde ຂອງຝລັ່ງ ສະບັບ​ອອກ​ວັນ​ທີ 4/10 ​ໄດ້​ລົງ​ພີ​ມບົດ​ຂຽນ​ຍ້ອງຍໍ​ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ແມ່ນ​ນັກ​ວິລະ​ຊົນ​ຂອງ​ຄວາມ​ເປັນ​ເອກະລາດ​ຫວຽດນາມ. ຫນັງສືພິມ AFP ຂອງຝລັ່ງ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ແມ່ນ“​ນັກສະຖາປະນີກທຸກ​ໄຊຊະນະ​ຂອງ​ຫວຽດນາມ​​ໃນ​ການ​ຕໍ່ສູ້​ກັບກອງທັບ​ຝລັ່ງ ​ແລະ ອາ​ເມ​ລິ​ກາ”. ​ໃນ​ຂະນະ​ນັ້ນ, ຢູ່ ລາ​ຮາ​ວານ, ສື່​ເອ​ເລັກ​ໂຕ​ນິກ cubadebate, ສຳນັກ​ຂ່າວສານ Prensa Latina ​ແລະ ​ໂທລະພາບ ກູ​ບາ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ​ຢູ່ ຮ່າ​ໂນ້ຍ.

ຢູ່​ອາຊີ, ຫນັງສື​ພີ​ມ Hindu ຂອງ​ອິນ​ເດຍ ສະບັບ​ອອກ​ວັນ​ທີ 5/10 ​ໄດ້​ລົງ​ພິມ​ໃນ​ຫນ້າ​ທຳ​ອິດ​ຂ່າວ​ກ່ຽວ​ກັບ​ເລື່ອງ​ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ. ສ່ວນ​ຫນັງສື​ພີ​ມ  ລຽນ​ເຮ​ບາ​ວຂອງ​ໄຕ້​ຫວັນ​ປະ​ເທດ​ຈີນ ​ໄດ້​ຢືນຢັນ​ວ່າ: ພົນ​ເອກ ຫວໍ້ງວຽນ​ຢາ​ບ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຜູ້​ທີ່​ມີ​ຊື່​ສຽງກວ່າ​ໝູ່​ຢູ່​ຫວຽດນາມ​ໃນ​ສັດຕະວັດ​ທີ 20.

ຂ່າວ/ບົດ​ອື່ນ