ຫາງສຽງໂລກສືບຕໍ່ກ່າວປະນາມເຫດວາງລະເບີດທີ່ນອງເລືອດຢູ່ອີຢິບ

(VOVWORLD) -ວັນທີ 29 ທັນວາ, ສັນຕະປາປາ Francis ໄດ້ກ່າວປະນາມເຫດວາງລະເບີດທີ່ຫາກໍ່ເກີດຂຶ້ນຢູ່ແຂວງ Giza ຂອງອີຢິບ, ພ້ອມທັງສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຜູ້ປະສົບເຄາະຮ້າຍ ພ້ອມກັບຄອບຄົວ ແລະ ຍາດຕິພີ່ນ້ອງ.

ໃນໂທລະເລກ, ໂດຍໃນນາມສັນຕະປາປາທີ່ສົ່ງເຖິງທ່ານປະທານາທິບໍດີອີຢິບ Abdel Fattah al Sisi, ທ່ານນາຍົກລັດຖະມົນຕີ Vantican Pietro Parolin ໃຫ້ຮູ້ວ່າ, ສັນຕະປາປາ Francis ມີຄວາມໂສກເສົ້າເສຍດາຍເມື່ອໄດ້ຮັບຂ່າວ ເຫດວາງລະເບີດທີ່ເກີດຂຶ້ນກ່ອນນັ້ນໜຶ່ງວັນຢູ່ໃກ້ກັບເຂດ Giza, ພ້ອມທັງກ່າວປະນາມການກະທຳໄຮ້ມະນຸດສະທຳ ແລະ ໂຫດຮ້າຍດັ່ງກ່າວ, ພ້ອມທັງພາວະນາໃຫ້ບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈົ່ງປອດໄພ.

        ໃນວັນດຽວກັນ, ລັດຖະບານອິນເດຍ ກໍ່ກ່າວປະນາມເຫດກໍ່ການຮ້າຍແນໃສ່ລົດໂດຍສານນັກທ່ອງທ່ຽວຫວຽດນາມ ຢູ່ອີຢິບ ກ່ອນນັ້ນໜຶ່ງວັນ. ອິນເດຍ ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຂອງຜູ້ຖືກເສຍຊີວິດ ແລະ ປາດຖະໜາວ່າບັນດາຜູ້ຮັບບາດເຈັບຈະຟື້ນຟູອາການໂດຍໄວ. ກະຊວງການຕ່າງປະເທດອິນເດຍ ຖະແຫຼງວ່າ, ອິນເດຍ ຈະຢູ່ຄຽງຂ້າງກັບຕຳຫຼວດ, ລັດຖະບານ ແລະ ປະຊາຊົນອີຢິບ ໃນການຕ້ານການກໍ່ການຮ້າຍ.

        ແລະກໍ່ໃນວັນທີ 29 ທັນວາ, ໃນຖະແຫຼງການໜຶ່ງ, ໂຄສົກກະຊວງການຕ່າງປະເທດ ອານເຊຣີ ເນັ້ນໜັກວ່າ, ອານເຊຣີ ຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງຄອບຄົວບັນດາຜູ້ຖືກເຄາະຮ້າຍ ແລະ ສະແດງຄວາມສາມັກຄີກັບລັດຖະບານອີຢິບ ກໍຄືລັດຖະບານສສ.ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ