ຫາງສຽງໂລກສືບຕໍ່ຍ້ອງຍໍ ສັນລະເສີນທ່ານພົນເອກ ຫວໍ້ງວຽນຢາບ

ຫາງສຽງໂລກສືບຕໍ່ຍ້ອງຍໍ ສັນລະເສີນທ່ານພົນເອກ ຫວໍ້ງວຽນຢາບ - ảnh 1

(ພາບ:thanhnien.com.vn )

(vovworld)-ໂດຍ​ໄດ້​ຮັບຂ່າວທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ​, ທ່ານ​ປະທານ​ພັກ ປຊຊ ກຳປູ​ເຈຍ​ກຳ​ອຳນາດ Samdec Chia Xim, ປະທານສະພາ​ສູງ​ກຳປູ​ເຈຍ ​ໄດ້​ຝາກ​ໂທລະ​ເລກ​​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ. ​ໂທລະ​ເລກ​ໄດ້​ຂຽນ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ປະກອບສ່ວນ​ຢ່າງ​ໃຫ່ຍຫຼວງ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ຈັກກະພັດ ​ແລະ ພວກລ່າ​ເມືອງ​ຂຶ້ນ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ສ້າງສາ​ປະ​ເທດ​ຫວຽດນາມ ຕາມ​ເສັ້ນທາງ​ສັງຄົມ​ນິຍົມ. ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ເຖິງ​ແກ່​ມໍລະນະ​ກຳ ​ແມ່ນ​ຄວາມ​ສູນ​ເສຍ​ອັນ​ໃຫ່ຍຫຼວງ​ສຳລັບພັກ​ກອມ​ມູນິດ​ ​ແລະ ປຊຊ ຫວຽດນາມ.

  ວັນ​ທີ 6/10, ກະຊວງ​ການ​ຕ່າງປະ​ເທດ Urugoay ​ໄດ້​ປະກາດ​ໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ ໂດຍ​ປະທານາທິບໍດີ Jose Mujica ຝາກ​ມາ​ຍັງ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໃນ​ນັ້ນ​ໄດ້ຢືນຢັນ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແມ່ນ​ນັກ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ປີ​ຊາ​ສາມາດ ​ແລະ ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ມະນຸດ ຄື​ດັ່ງ​ຂໍ້​ກຸນ​ແຈ​ແຫ່ງ​ໄຊຊະນະ.

   ໜັງສືພິມ Suddeutsche ປະ​ເທດ​ເຢຍລະ​ມັນ ​ໄດ້​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້ “ນັກ​ປະຕິວັດ​ຜ່ານ​ສົງຄາມ​ຫຼາຍ​ຄັ້ງ“ ຊື່​ງ​ໄດ້​ເວົ້າກ່ຽວ​ກັບ​ພາລະກິດ, ຊີວິດ ​ແລະ ຄຸນງາມຄວາມດີ​ຂອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ສ່ວນ​ໜັງສື​ພິມ Asahi ຂອງ​ຍີ່ປຸ່ນ ສະບັບ​ອອກ​ວັນ​ທີ 7/10 ​ໄດ້​ລົງ​ພິມ​ບົດ​ຂຽນ​ຢືນຢັນ​ວ່າ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແມ່ນ ນັກ​ວິລະ​ຊົນ​ເອກະລາດ ​ແລະ ທ່ານ​​ໄດ້ເຖິງ​ແກ່​ມໍລະນະ​ກຳ ​ແມ່ນ​ຄວາມ​ສູນ​ເສຍ​ອັນ​ໃຫ່ຍຫຼວງ​ສຳລັບ ພັກ​, ລັດ​ ​ແລະ ກອງທັບ ປຊຊ ຫວຽດນາມ.

  ການ​ນຳ​ຫຼາຍ​ປະ​ເທດ ​ແລ​ະ ສື່​ມວນ​ຊົນ​ໂລກ​ສືບ​ຕໍ່​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ​ແລະ ​ເຄົາລົບ​ນັບຖືທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ທ່ານເລຂາ​ທີ​ໜຶ່ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ກູ​ບາ, ພົນ​ເອກ Raul Castro ​ໄດ້​ຝາກ​ໂທລະ​​ເລກ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງ​ການ​ນຳ​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ. ​ໂທລະ​ເລກ​ຂອງ​ທ່ານ​ປະທານ Raul Castro ຢືນຢັນວ່າ: ຍາມ​ໃດ, ປຊຊ ກູ​ບາ ກໍ່​ຈົດ​ຈຳ​ຮູບ​ພາບ​ຂອງ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ດ້ວຍ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ເລິກ​ເຊິ່ງ.

  ກະຊວງ​ການ​ຕ່າງປະ​ເທດ​​ເວ​ເນ​ຊູ​ເອລາ ​ໄດ້​ອອກ​ແຈ້ງ​ການ​ກ່ຽວ​ກັບ​ເລື່ອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ ​ແລະ ຢືນຢັນ​ວ່າ: ນີ້​ແມ່ນ​ຄວາມ​ສູນ​ເສຍ​ສຳລັບ ປຊຊ ຢູ່​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້​ນີ້. ​ແຈ້ງ​ການ​ໃຫ້​ຮູ້​ວ່າ: ປະທານາທິບໍດີ​ເວ​ເນ​ຊູ​ເອລາ Nicolas Maduro ​ໄດ້​ແບ່ງປັນ​ຄວາມ​ເສ​ົ້າສະຫຼົດ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ຄວາມ​ເສຍ​ຫາຍ​ຂອງ ປຊຊ ຫວຽດນາມ.

   ​ໂດຍ​ແມ່ນ​ຫົວໜ້າ​ຄະນະ​ຜູ້​ຊ່ຽວຊານ​ທະຫານ​ໂຊ​ວຽດ​ເກົ່າ​ທີ່​ມີໜ້າ​ຢູ່​ຫວຽດນາມ ​ໃນ​ຊຸມ​ປີ 1972-1975, ທ່ານ​ພົນ​ໂທ Khiupenhen Anatoli Ivanovich ຢືນຢັນ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ສົມ​ເປັນຄວາມ​ເອກ​ອ້າ​ງທະ​ນົງ​ໃຈ​ຂອງ​ຊາດ​ຫວຽດນາມ:

   “​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ແມ່ນໜຶ່ງ​ໃນ​ບັນດາ​ການ​ນຳ​ຜູ້​ປີ​ຊາ​ສາມາດ​ໃນ​ໂລກ. ນັບ​ທັງ​ຜູ້ທີ່​ເຄີຍເປັນ​ສັດຕູ​ຂອງ​ທ່ານ​ກໍ່​ຕີ​ລາ​ຄາ​ສູງ ​ແລະ ​ເອີ້ນ​ທ່ານ​ວ່າ​​ແມ່ນນັກ​ການ​ທະຫານ, ນັກ​ຍຸດ​ທະ​ສາດ, ຍຸດ​ທະ​ວິທີ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ທ່ານ​ແມ່ນ​ແຂນ​ຂວາ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ. ທ່ານ​ກໍ່​ແມ່ນ​ນັກວັດທະນະທຳ​ມະນຸ​ດ, ມີ​ຄວາມ​​ເອົາ​ໃຈ​ໃສ່ຢ່າງ​ເລິກ​ເຊິ່ງ​ເຖິງທຸກ​ຄົນ. ຂ້າພະ​ເຈົ້າມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ຢືນໃນ​ຖັນ​ແຖວຜູ້ຊ່ຽວຊານ​ໂຊ​ວຽກ​ເກົ່າ​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ໄລຍະ​ທີ່ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ນຳພາ​ກອງທັບ ປຊຊ ຫວຽດນາມ.“

  ໜັງສືພິມ Clarin ຊື່​ງ​ແມ່ນໜັງສື​ພິມລາຍ​ວັນ​ອັນ​ດັບ​ໜຶ່ງ​ຂອງ​ອັງ​ຊັງ​ຕິນ ສະບັບ​ອອກ​ວັນທີ 5/10 ​ໄດ້​ຍົກ​ອອກ​ວິວັດ​ການ​​ເຄືອ​ນ​ໄຫວ​ປະຕິວັດ​ຂອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ, ສ່ວນ​ໜັງສືພິມ Mercurio -ໜຶ່ງ​ໃນ​ບັນດາ​ໜັງສືພິມ​ລາຍ​ວັນ​ໃຫ່ຍຂອງ​ຈີ​ເລ ​ໄດ້​ຢືນຢັນ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແມ່ນ​ການ​ນຳ​ໄດ້​ຮັບ​ຄວາມ​ຮັກ​ແພງ​ກ່ວາໝູ່ຢູ່​ຫວຽດນາມ. ວັນ​ທີ 4/10, ສຳນັກ​ຂ່າວສານ NOTIMEX ຂອງ ​ເມ​ຊິກ​ໂກ ​ໄດ້​ລົງ​ພິມ​ຮູບ​ພາບ ​ແລະ ຂ່າວ​ກ່ຽວ​ກັບເລື່ອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ ​​ອາຍຸຍື່ນ 103 ປີ. NOTIMEX ​ເນັ້ນໜັກ​ວ່າ: ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແມ່ນ​ໜຶ່ງ​ໃນ​ບັນດາ​ແບບຢ່າງ​ໃຫ່ຍກ່ວາ​ໝູ່​ໃນ​ສັດຕະວັດ​ທີ 20./.

 

ຂ່າວ/ບົດ​ອື່ນ