ຫາງ​ສຽງ​ໃນ​ພາກ​ພື້ນຕາ​ເວັນ​ອອກ​ກາງຄັດ​​ຄ້ານຂໍ້​ຕົກ​ລົງ​ຂອງ ອາ​ເມ​ລິ​ການ ກ່ຽວ​ກັບ ພູພຽງ Golan

(VOVWORLD) -  ໂດຍສືບຕໍ່ກະແສຟອງຄັດຄ້ານການກະທຳຂອງ ອາເມລິກາ ສຳລັບ ພູພຽງ Golan, ໃນວັນທີ 26 ມີນາ ຫຼາຍປະເທດຢູ່ພາກພື້ນຕາເວັນອອກກາງໄດ້ສະແດງຫຼັກໝັ້ນຂອງຕົນກ່ຽວກັບບັນຫານີ້.
ຫາງ​ສຽງ​ໃນ​ພາກ​ພື້ນຕາ​ເວັນ​ອອກ​ກາງຄັດ​​ຄ້ານຂໍ້​ຕົກ​ລົງ​ຂອງ ອາ​ເມ​ລິ​ການ ກ່ຽວ​ກັບ ພູພຽງ Golan - ảnh 1ຮົ້ວກັ້ນລະຫວ່າງເຂດພູພຽງ Golan ທີ່ ອິດສະລາແອນຢືດຄອງກັບຊີຣີ (ພາບ: TTXVN)

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກູເວດ Khaled Al-Jaralla ໄດ້ສະແດງຄວາມເສຍດາຍຕໍ່ເລື່ອງທ່ານ ປະທານາທິບໍດີ ອາເມລິກາ Donald Trump ຮັບຮູ້ພູພຽງ Golan ຂຶ້ນກັບ ອະທິປະໄຕຂອງອິດສະລາແອັນ ຢ່າງເປັນທາງການ, ພ້ອມທັງເນັ້ນໜັກວ່າ ກູເວດ ຖືວ່າພູພຽງ Golan ເປັນສ່ວນໜຶ່ງຂອງດິນແດນ ຊີຣີ.

        ກໍ່ໃນວັນທີ 26 ມີນາ, ກະຊວງການຕ່າງປະເທດ ບາເຣັນ ໄດ້ຍົກອອກຖະແຫຼງການໂດຍຊີ້ແຈ້ງວ່າ ລາຊະອານາຈັກ ບາເຣັນ ຢັ້ງຢືນຫຼັກໝັ້ນຢ່າງຈະແຈ້ງກ່ຽວກັບການຮັບຮູ້ພູພຽງ Golan ແມ່ນ ເຂດດິນແດນ ຂອງ ຊີຣີ ທີ່ຖືກ ອິດສະລາແອັນ ຢຶດຄອງໃນເດືອນມີຖຸນາ ປີ 1967. ບາເຣັນ ຖືວ່າການກະທຳຂອງ ອາເມລິກາ ພວມສ້າງສິ່ງກີດຂວາງຕໍ່ ຄວາມມານະພະຍາຍາມເພື່ອແນໃສ່ການສ້າງພື້ນຖານສັນຕິພາບຍາວນານຢູ່ ຕາເວັນອອກກາງ.

        ກາຕາ, ປາເລດສະຕິນ ແລະ ອີຣານ ກໍ່ສະແດງການສະໜັບສະໜູນ ຊີຣີ ກ່ຽວກັບບັັນຫາອະທິປະໄຕຢູ່ເຂດພູພຽງ Golan.

ຕອບກັບ

ຂ່າວ/ບົດ​ອື່ນ