ຫຼາຍ​ກິດ​ຈະ​ກຳ​ຖືກ​ຈັດ​ຂຶ້ນ​ເພື່ອ​ສະເຫຼີມ​ສະຫຼອງ​ໄຊ​ຊະ​ນະບັ້ນ​ຮົບ “ຮ່າ​ໂນ້ຍ - ​ດ້ຽນ​ບຽນ​ຝູທາງ​ອາ​ກາດ” ​ຄົບ​ຮອບ 50 ປີ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” (12/1972 – 12/2022), ຫໍພິພິທະພັນປະຫວັດສາດແຫ່ງຊາດ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໄດ້ສົມທົບກັບກົມສຳເນົາ (ຫ້ອງວ່າການສູນກາງພັກ) ຈັດງານວາງສະແດງ ດ້ວຍຫົວຂໍ້ “ເລືອດເນື້ອ ແລະ ດອກໄມ້ - ຮ່າໂນ້ຍ 12 ວັນ ແລະ ຄືນ”.
ຫຼາຍ​ກິດ​ຈະ​ກຳ​ຖືກ​ຈັດ​ຂຶ້ນ​ເພື່ອ​ສະເຫຼີມ​ສະຫຼອງ​ໄຊ​ຊະ​ນະບັ້ນ​ຮົບ “ຮ່າ​ໂນ້ຍ - ​ດ້ຽນ​ບຽນ​ຝູທາງ​ອາ​ກາດ” ​ຄົບ​ຮອບ 50 ປີ - ảnh 1ພິທີຕັດແຖບຜ້າ ໄຂງານວາງສະແດງ (ພາບ: VOV5)

ງານວາງສະແດງດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 16 ທັນວາ ແລະ ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມຮອດເດືອນ ເມສາ 2023 ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ, ທີ່ຢູ່ ເຮືອນເລກທີ 25 ຕົງດ່ານ, ຮວ່ານກຽມ, ຮ່າໂນ້ຍ.

        ງານວາງສະແດງລວມມີ 3 ພາກ: ວິໄສທັດຍຸດທະສາດ; ຮ່າໂນ້ຍ 12 ວັນ ແລະ ຄືນ - ເລືອດເນື້ອ ແລະ ດອກໄມ້; ດອກໄມ້ແຫ່ງໄຊຊະນະ ເພື່ອແນໃສ່ແນະນຳບັນດາຊຸດສະສົມເອກະສານ, ພາບຖ່າຍ, ເລື່ອງລາວກ່ຽວກັບການດຳລົງຊີວິດ, ອອກແຮງງານທຳການຜະລິດໃນປາງສົງຄາມທີ່ດຸເດືອດ, ກ່ຽວກັບນ້ຳໃຈຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ຮ່າໂນ້ຍ ໃນ 12 ວັນ ແລະ ຄືນ ທີ່ປົກຄຸມໄປດ້ວຍຄວັນໄຟ ຂອງທ້າຍປີ 1972 ເພື່ອຕ້ານຄືນຈັກກະພັດ ອາເມລິກາ. ງານວາງສະແດງກໍ່ສ່ອງແສງໃຫ້ເຫັນວິວັດທະນາການແຫ່ງການພັດທະນາຂອງນະຄອນຫຼວງ ຮ່າໂນ້ຍ ພາຍຫຼັງ 50 ປີແຫ່ງໄຊຊະນະບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”  ກໍຄືການພົວພັນທາງການທູດ, ການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນຍຸກສະໄໝແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

        ໃນວັນດຽວກັນ, ກອງພົນທະຫານປ້ອງກັນອາກາດ 371 (ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ) ກໍໄດ້ຈັດກອງປະຊຸມສໍາມະນາ “50 ປີ ແຫ່ງ ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ ດັງກອ້ງວັນວານ” ຢູ່ຮ່າໂນ້ຍ ເຊັ່ນດຽວກັນ.

ງອກແອັງ

ຕອບກັບ

ຂ່າວ/ບົດ​ອື່ນ