ຫຼາຍການ​ເຄື່ອນ​ໄຫວ​ຈາ​ລຶກ​​ຄຸນງ​າມ​ຄວາມ​ດີ ເນື້ອງ​ໃນ​ໂອ​ກາດ​ວັນ​ຄູ ຫວຽດ​ນາ​ມ ວັນ​ທີ 20 ພະ​ຈິກ

(VOVWORLD) - ຄົບຮອບ 40 ປີ ວັນຄູ ຫວຽດນາມ ວັນທີ 20 ພະຈິກ, ຕອນເຊົ້າວັນທີ 15 ພະຈິກນີ້, ຢູ່ຮ່າໂນ້ຍ, ທ່ານນາງ ຫວໍຖິແອ່ງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທ່ານນາງ ຫງວຽນຖິບິງ ອາດີດຮອງປະທານປະເທດ, ອາດີດລັດຖະມົນຕີກະຊວງສຶກສາທິການ ແລະ ບໍາລຸງສ້າງ ຫວຽດນາມ.
ຫຼາຍການ​ເຄື່ອນ​ໄຫວ​ຈາ​ລຶກ​​ຄຸນງ​າມ​ຄວາມ​ດີ ເນື້ອງ​ໃນ​ໂອ​ກາດ​ວັນ​ຄູ ຫວຽດ​ນາ​ມ ວັນ​ທີ 20 ພະ​ຈິກ - ảnh 1ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ ລົງຢ້ຽມຢາມ, ມອບຂອງຂວັນໃຫ້ນັກວິລະຊົນແຮງງານ, ນາຍຄູປະຊາຊົນ ຫງວຽນດຶກຖີນ, ຢູ່ເມືອງ ດິ່ງບາງ, ນະຄອນຕືເຊີນ, ແຂວງບັກນິ່ງ (ພາບ: VOV)

  ທ່ານນາງ ຫວໍຖິແອ່ງຊວັນ ຮອງປະທານປະເທດ ໄດ້ຢືນຢັນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ທ່ານນາງ ຫງວຽນຖິບິງ ໃຫ້ແກ່ຜົນສຳເລັດຂອງພາລະກິດການສຶກສາ ແລະ ບຳລຸງສ້າງ ຂອງຫວຽດນາມ; ປະກອບສ່ວນເພື່ອຖັນແຖວນາຍຄູໃນປະຈຸບັນ ປະຕິບັດສຳເລັດພາລະກິດປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານ ແລະ ມຸ້ງໄປສູ່ທິດພັດທະນາການສຶກສາ ທີ່ພັກ, ລັດ ພວມປະຕິບັດ.

        ກ່ອນໜ້ານນັ້ນ, ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ນັກວິລະຊົນແຮງງານ, ນາຍຄູປະຊາຊົນ ຫງວຽນດຶກຖີນ, ຢູ່ເມືອງ ດິ່ງບາງ, ນະຄອນຕືເຊີນ, ແຂວງບັກນິ່ງ.

        ຕອນຄ່ຳວັນທີ 14 ພະຈິກ, ທີ່ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄົບຮອບ 40 ປີ ວັນຄູຫວຽດນາມ (20 ພະຈິກ 1982- 20 ພະຈິກ 2022), ເພື່ອຍ້ອງຍໍສັນລະເສີນ ບັນດາຄວາມກ້າວໜ້າພົ້ນເດັ່ນ, ນາຍຄູຕົວແບບຂະແໜງການສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ປີ 2022, ດ້ວຍການເຂົ້າຮ້ວມຂອງພະນັກງານ, ນາຍຄູນະຄອນຫຼວງເກືອບ 1.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ