ຫຼາຍດັດຊະນີເສດຖະກິດ ຫວຽດນາມ ເຕີບໂຕ ແລະ ຟື້ນຟູຢ່າງແຮງ

(VOVWORLD) - ບົດລາຍງານໄດ້ຊີ້ໃຫ້ເຫັນຫຼາຍຈຸດເດັ່ນຂອງເສດຖະກິດ ຫວຽດນາມ, ໃນນັ້ນ, ດັດຊະນີການຜະລິດອຸດສາຫະກຳໃນເດືອນພຶດສະພາ ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ປີກ່ອນ
ຫຼາຍດັດຊະນີເສດຖະກິດ ຫວຽດນາມ ເຕີບໂຕ ແລະ ຟື້ນຟູຢ່າງແຮງ - ảnh 1ພາບປະກອບ

ທະນາຄານໂລກ (WB) ປະຈຳ ຫວຽດນາມ ຫາກໍ່ປະກາດຂໍ້ມູນອັບເດັດສະພາບການເສດຖະກິດມະຫາພາກ ຫວຽດນາມ ໃນເດືອນ ມິຖຸນາ 2022, ໃນນັ້ນໄດ້ເນັ້ນໜັກວ່າ ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ຮັກສາທ່າຟື້ນຟູຢ່າງແຮງ ໂດຍບໍ່ຫົວຊາຕໍ່ສະພາບຂາດຄວາມສະຫງົບໝັ້ນທ່ຽງໃນທົ່ວໂລກເພີ່ມຂຶ້ນ. ບົດລາຍງານໄດ້ຊີ້ໃຫ້ເຫັນຫຼາຍຈຸດເດັ່ນຂອງເສດຖະກິດ ຫວຽດນາມ, ໃນນັ້ນ, ດັດຊະນີການຜະລິດອຸດສາຫະກຳໃນເດືອນພຶດສະພາ ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ປີກ່ອນ, ລະດັບນີ້ເທົ່າກັບລະດັບກ່ອນເກີດໂລກລະບາດໂຄວິດ - 19. ໃນນັ້ນ, ດັດຊະນີການຄຸ້ມຄອງແຮງຊື້ (PMI) ຂະແໜງອຸດສາຫະກຳ, ປຸງແຕ່ງປະດິດສ້າງເພີ່ມແຕ່ 51,7% ໃນເດືອນເມສາ ຂຶ້ນເຖິງ 54,7% ໃນເດືອນພຶດສະພາ, ນີ້ແມ່ນລະດັບສູງສຸດໃນ 12 ເດືອນຜ່ານມາ, ສະແດງໃຫ້ເຫັນການເຕີບໂຕຢ່າງແຮງຂອງຂະແໜງນີ້.

        ບົດລາຍງານຂອງ WB ກໍ່ໃຫ້ຮູ້ວ່າ ໄພເງິນເຟີ້ຢູ່ ຫວຽດນາມ ເພີ່ມຂຶ້ນແຕ່ຍັງຢູ່ໃນລະດັບຕ່ຳເມື່ອທຽບໃສ່ລະດັບ 4%. ພິເສດ, ເງິນເຟີ້ສຳລັບລາຄາການຜະລິດມີສັນຍານຫລຸດລົງດ້ວຍຄ່າໃຊ້ຈ່າຍສົ້ນເຂົ້າ ແລະ ລາຄາຂາຍຜະລິດຕະພັນສົ້ນອອກເພີ່ມຂຶ້ນດ້ວຍລະດັບຕ່ຳສຸດນັບແຕ່ 3 ເດືອນຜ່ານມາ

ຕອບກັບ

ຂ່າວ/ບົດ​ອື່ນ