ຫຼາຍທ້ອງຖິ່ນຈັດການເຄື່ອນໄຫວຂ່ຳນັບຮັບຕ້ອນວັນສິ່ງແວດລ້ອມໂລກ ແລະ ວັນມະຫາສະໝຸດໂລກ

(VOVWORLD) - ຫຼາຍທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ຈັດງານມິດຕິງສະໜັບສະໜູນບັນດາເຫດການຂອງວັນສິ່ງແວດລ້ອມໂລກ (05 ມິຖຸນາ), ວັນມະຫາສະໝຸດໂລກ (08 ມິຖຸນາ) ປີ 2023.
ຫຼາຍທ້ອງຖິ່ນຈັດການເຄື່ອນໄຫວຂ່ຳນັບຮັບຕ້ອນວັນສິ່ງແວດລ້ອມໂລກ ແລະ ວັນມະຫາສະໝຸດໂລກ - ảnh 1ນະຄອນ ເກິນເທີ ໄດ້ປຸກລະດົມວັນສິ່ງແວດລ້ອມໂລກ ແລະ ເດືອນແຫ່ງການກະທຳເພື່ອສິ່ງແວດລ້ອມ
(ພາບ: Baotainguyenmoitruong.vn)

        ວັນທີ 05 ມິຖຸນາ, ມີຫຼາຍທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ຈັດງານມິດຕິງສະໜັບສະໜູນບັນດາເຫດການຂອງວັນສິ່ງແວດລ້ອມໂລກ (05 ມິຖຸນາ), ວັນມະຫາສະໝຸດໂລກ (08 ມິຖຸນາ) ປີ 2023.

        ຕອນເຊົ້າວັນທີ 05 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດງານມິດຕິງຂ່ຳນັບຮັບຕ້ອນບັນດາເຫດການເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ, ວັນມະຫາສະໝຸດໂລກ ຢູ່ນະຄອນ ຟານຢາງ - ທາບຈ່າມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ເລຮ່ວຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ນິງທ້ວນ ຊີ້ແຈ້ງວ່າ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນທະເລແມ່ນບັນຫາມີລັກສະນະທົ່ວໂລກ, ແມ່ນໜ້າທີ່ຄວາມຮັບຜິດຊອບຂອງມວນມະນຸດ. ໃນຕໍ່ໜ້າ, ທາງທ້ອງຖິ່ນຕ້ອງເພີ່ມທະວີການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະນາກອນທະເລ; ສຸມໃສ່ຜັນຂະຫຍາຍຂະບວນການ “ຕ້ານຄືນສິ່ງເສດເຫຼືອປຼາດສະຕິກ”; ຈັດຕັ້ງການເກັບ ແລະ ສິ່ງເສດເຫຼືອເປັນຜະລິດຢາງປຼາດສະຕິກຄືນໃໝ່. ພ້ອມທັງ, ທາງແຂວງຕ້ອງເພີ່ມທະວີການປູກຕົ້ນໄມ້ ແລະ ເກັບຂີ້ເຫຍື່ອຢູ່ເຂດຕົວເມືອງ, ຊົນນະບົດ.

        ແລະກໍ່ໃນວັນດຽວກັນ, ນະຄອນ ເກິນເທີ ໄດ້ປຸກລະດົມວັນສິ່ງແວດລ້ອມໂລກ ແລະ ເດືອນແຫ່ງການກະທຳເພື່ອສິ່ງແວດລ້ອມ ດ້ວຍຫົວຂໍ້ “ມາດຕະການແກ້ໄຂໃຫ້ ມົນລະຜິດສິ່ງເສດເຫຼືອປຼາດສະຕິກ”. ຢູ່ທີ່ນີ້, ທ່ານ ເຢືອງເຕິນຫຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ, ຮຽກຮ້ອງໃຫ້ພະແນກການທຸກຂັ້ນ, ທ້ອງຖິ່ນຕ້ອງສືບຕໍ່ປະຕິບັດຂະບວນການ “ຕ້ານຄືນສິ່ງເສດເຫຼືອປຼາດສະຕິກ” ຢ່າງມີປະສິດທິຜົນ; ເພີ່ມທະວີການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີກ້າວໜ້າເພື່ອຜະລິດສິ່ງເສດເຫຼືອເປັນສະຕິກຄືນໃໝ່ ໃຫ້ກາຍເປັນບັນດາຜະລິດຕະພັນທີ່ມີປະໂຫຍດ.

        ໃນວັນທີ 05 ມິຖຸນາ, ແຂວງ ດ້ຽນບຽນ ກໍ່ຈັດພິທີປຸກລະດົມການຕອບສະໜອງວັນສິ່ງແວດລ້ອມໂລກ, ວັນມະຫາສະໝຸດໂລກ. ພາຍຫຼັງພິທີປຸກລະດົມ, ບັນດາຜູ້ແທນໄດ້ເຂົ້າຮ່ວມການປູກຕົ້ນໄມ້ຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ