ຫຼາຍທ້ອງຖິ່ນຕ້ອນຮັບແຂກທ່ອງທ່ຽວເພີ່ມຂຶ້ນຢ່າງກະໂດດຂັ້ນໃນໂອກາດບຸນເຕັດ

(VOVWORLD) - ນະຄອນ ຝູກວັກ, ແຂວງ ກຽນຢາງ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 192.000 ເທື່ອຄົນ
ຫຼາຍທ້ອງຖິ່ນຕ້ອນຮັບແຂກທ່ອງທ່ຽວເພີ່ມຂຶ້ນຢ່າງກະໂດດຂັ້ນໃນໂອກາດບຸນເຕັດ - ảnh 1(ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແຂວງ ດ້ຽນບຽນ ແມ່ນ 80,200 ເທື່ອຄົນ)

ໃນໂອກາດບຸນເຕັດປີມະໂລງ 2024, ຄາດວ່າມີແຂກທ່ອງທ່ຽວປະມານ 115.000 ເທື່ອຄົນໄດ້ມາຢ້ຽມຢາມບັນດາເຂດປູຊະນີຍະສະຖານ, ທິວທັດທຳມະຊາດຢູ່ກຸງເກົ່າ ເຫ້ວ. ສະເພາະໃນວັນທີ 12 ກຸມພາ (ວັນທີ 03 ບຸນເຕັດ),  ບັນດາສະຖານທີ່ປູຊະນີຍະສະຖານໄດ້ຕ້ອນຮັບແຂກທ່ອງທ່ຽວ 49.000 ເທື່ອຄົນ. ລາຍຮັບຈາກແຂກທ່ອງທ່ຽວໃນໂອກາດບຸນເຕັດແມ່ນກວ່າ 160 ຕື້ດົ່ງ (ປະມານ 6,5 ລ້ານ USD).

ໃນຂະນະນັ້ນ, ຕາມແຫຼ່ງຂ່າວຈາກພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ແລ້ວ, ໃນເວລາ 8 ວັນ (ແຕ່ວັນທີ 29 ເດືອນ 12 ຫາວັນທີ 06 ເດືອນຈ່ຽງໄລ່ຕາມຈັນທະປະຕິທິນ, ກົງກັບວັນທີ 08-15 ກຸມພາ), ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແຂວງ ດ້ຽນບຽນ ແມ່ນ 80,200 ເທື່ອຄົນ, ເພີ່ມຂຶ້ນ 3,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນລຸ 143 ຕື້ດົ່ງ (ປະມານ 5,7 ລ້ານ USD), ເພີ່ມຂຶ້ນເກືອບ 4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນໂອກາດບຸນເຕັດປີມະໂລງ 2024, ນະຄອນ ຝູກວັກ, ແຂວງ ກຽນຢາງ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 192.000 ເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນເກືອບ 52.000 ຄົນ; ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ