ຫຼາຍທ້ອງຖິ່ນຕອບສະໜອງວັນນ້ຳສາກົນ

(VOVWORLD) - ທີ່ພິທີ, ສະມາຊິກຊາວໜຸ່ມ, ໄວໜຸ່ມ, ນັກຮຽນໃນບໍລິເວນແຂວງ ໄດ້ເດີນຂະບວນຢູ່ຖະໜົນສາຍຕ່າງໆເພື່ອສົ່ງສານປົກປັກຮັກສາຄວາມປອດໄພ, ຄວາມໝັ້ນຄົງແຫຼ່ງນ້ຳ.
ຫຼາຍທ້ອງຖິ່ນຕອບສະໜອງວັນນ້ຳສາກົນ - ảnh 1ພິທີຊຸມນຸມມິດຕິງສະໜັບສະໜູນວັນນ້ຳແຫ່ງໂລກ 2024 ຢູ່ໂຮງງານເຄື່ອນໄຟຟ້ານ້ຳຕົກ ຊົງບູງ 4
(ພາບ: baoquangnam.vn)

        ວັນທີ 22 ມີນາ, ແມ່ນວັນນ້ຳແຫ່ງໂລກ. ຫົວຂໍ້ປີນີ້ແມ່ນ “ນ້ຳໃຫ້ແກ່ສັນຕິພາບ”, ຊຶ່ງສຸມໃສ່ບົດບາດສຳຄັນຂອງຊັບພະນາກອນນ້ຳທີ່ມີຕໍ່ສະຖຽນລະພາບ ແລະ ວັດທະນາຖາວອນຂອງໂລກ.

        ເນື່ອງໃນໂອກາດນີ້, ຢູ່ໂຮງງານເຄື່ອນໄຟຟ້ານ້ຳຕົກ ຊົງບູງ 4, ພະແນກຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ ແຂວງ ກວາງນາມ ສົມທົບກັບບໍລິສັດໄຟຟ້ານ້ຳຕົກ ຊົງບູງ ຈັດພິທີຊຸມນຸມມິດຕິງສະໜັບສະໜູນວັນນ້ຳແຫ່ງໂລກ 2024. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວາງນາມ ຫງວຽນຕວນແທງ, ຮຽກຮ້ອງໃຫ້ແຕ່ລະບຸກຄົນ, ໝູ່ຄະນະ, ຂະແໜງການ, ທ້ອງຖິ່ນ ມານະພະຍາຍາມມີການກະທຳ, ເສີມຂະຫຍາຍບັນດາຂໍ້ລິເລີ່ມໃນການຂຸດຄົ້ນ ແລະ ໃຊ້ນ້ຳໂດຍປະຢັດ, ປົກປັກຮັກສາແຫຼ່ງຊັບພະຍາກອນນ້ຳດ້ວຍບັນດາການເຄື່ອນໄຫວລະອຽດ…

        ຢູ່ແຂວງ ຕວຽນກວາງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບຄະນະຊາວໜຸ່ມເມືອງ ເຊີນເຢືອງ ຈັດພິທີປຸກລະດົມສະໜັບສະໜູນວັນນ້ຳແຫ່ງໂລກປີ 2024. ທີ່ພິທີ, ສະມາຊິກຊາວໜຸ່ມ, ໄວໜຸ່ມ, ນັກຮຽນໃນບໍລິເວນແຂວງ ໄດ້ເດີນຂະບວນຢູ່ຖະໜົນສາຍຕ່າງໆເພື່ອສົ່ງສານປົກປັກຮັກສາຄວາມປອດໄພ, ຄວາມໝັ້ນຄົງແຫຼ່ງນ້ຳ.

        ສ່ວນຢູ່ແຂວງ ບິ່ງດິ້ງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຕຸຍເຟືອກ ຈັດການເຄື່ອນໄຫວຕອບສະໜອງວັນນ້ຳແຫ່ງໂລກ, ຜ່ານບັນດາການເຄື່ອນໄຫວໂຄສະນາ ຮຽກຮ້ອງຍົກສູງສະຕິຄວາມຮັບຮູ້ຮັບຜິດຊອບຂອງປະຊາຊົນ ໃນການຂຸດຄົ້ນ, ນ້ຳໃຊ້, ປົກປັກຮັກສາແຫຼ່ງຊັບພະຍາກອນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ