ຫຼາຍທ້ອງຖິ່ນປຸກລະດົມວັນບຸນປູກຕົ້ນໄມ້

(VOVWORLD) -ວັນທີ 28 ມັງກອນນີ້, ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ຈັດຕັ້ງພິທີປຸກລະດົມວັນບຸນປູກຕົ້ນໄມ້ເພື່ອສະແດງຄວາມຮູ້ຄຸນລຸງໂຮ່ເນື່ອງໃນໂອກາດ ລະດູບານໃໝ່ປີແມວ 2023
ຫຼາຍທ້ອງຖິ່ນປຸກລະດົມວັນບຸນປູກຕົ້ນໄມ້ - ảnh 1ວັນບຸນປູກຕົ້ນໄມ້

     ຢູ່ແຂວງ ຮ່ວາບິງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບຄະນະກຳມະການປະຊາຊົນແຂວງຮ່ວາບິ່ງ ຈັດຕັ້ງພິທີປຸກລະດົມວັນບຸນປູກຕົ້ນໄມ້ເພື່ອສະແດງຄວາມຮູ້ຄຸນລຸງໂຮ່ເນື່ອງໃນໂອກາດ ລະດູບານໃໝ່ປີແມວ 2023. ພາຍຫຼັງພິທີປຸກລະດົມ, ບັນດາຜູ້ແທນ, ຊາວໜຸ່ມ, ໄວໜຸ່ມ ແລະ          ປະຊາຊົນຢູ່ຕາແສງແທກອຽນ, ເມືອງກາວຟອງ ໄດ້ປູກຕົ້ນໄມ້ 30.000 ກວ່າຕົ້ນ, ໃນນັ້ນມີຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ປະດັບ...

      ຢູ່ຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນ ດິງຕ້ຽນຢຸງ ໄດ້ເຂົ້າຮ່ວມວັນບຸນປູກຕົ້ນໄມ້ເພື່ອສະແດງຄວາມຮູ້ຄຸນລຸງໂຮ່ເນື່ອງໃນໂອກາດ ລະດູບານໃໝ່ປີແມວ 2023 ຢູ່ກຸ່ມປູຊະນີຍະສະຖານ ດີງກົງເຖື້ອງ ຕາແສງດີ້ງກົງ, ເມືອງຮ່ວາງມາຍ. ຢູ່ທີ່ນີ້, ການນຳນະຄອນຮ່າໂນ້ຍ ໄດ້ເຂົ້າຮ່ວມປູກຕົ້ນໂພຢູ່ປະຕູສາລາບ້ານ; ຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາຜູ້ອາຍຸສູງຢູ່ຕາແສງດິງກົງ.

       ທີ່ແຂວງກວາງງາຍ, ພະແນກກະສິກຳ ແລະ ພັດທະນາ ຊົນນະບົດແຂວງ ໄດ້ສົມທົບກັບຄະນະກຳມະການ ປະຊາຊົນເມືອງ ເຊີນຕິງ ຈັດຕັ້ງວັນບຸນປູກຕົ້ນໄມ້ ແລະ ໂຄງການລະດົມທຶນປູກຕົ້ນໄມ້ໃນປີ 2023”.

       ກ່ອນໜ້ານັ້ນ, ໃນວັນທີ 27 ມັງກອນ, ພ້ອມກັບວັນບຸນປູກຕົ້ນໄມ້ເພື່ອສະແດງຄວາມຮູ້ຄຸນລຸງໂຮ່ ໂດຍ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປຸກລະດົມ ຢູ່ເຂດຮ່ອງຮອຍສະຖານ K9 - ດ້າຈົງ, ເມືອງ ບາວີ, ຮ່າໂນ້ຍ, ມີຫຼາຍທ້ອງຖິ່ນໃນທົ່ວປະເທດ. ກໍໄດ້ປຸກລະດົມວັນບຸນປູກຕົ້ນໄມ້ຊຶ່ງມີການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ