ຫຼາຍທ້ອງຖິ່ນປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2024

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ຮ່ວາງຫວຽດເຟືອງ, ສະເໜີໃຫ້: ອຳນາດປົກຄອງຂັ້ນຕ່າງໆ, ໝູ່ຄະນະສຸມໃສ່ເພີ່ມທະວີວຽກງານເບິ່ງແຍງ, ສຶກສາອົບຮົມ ແລະ ປົກປ້ອງເດັກ
 
ຫຼາຍທ້ອງຖິ່ນປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2024 - ảnh 1ພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກ 2024
(ພາບ:Huy Hoàn/baotuyenquang.com.vn)

ວັນທີ 28 ພຶດສະພາ, ຫຼາຍທ້ອງຖິ່ນຂອງ ຫວຽດນາມ ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກ 2024.

        ຢູ່ນະຄອນ ຕວຽນກວາງ, ຕອນເຊົ້າວັນທີ 28 ພຶດສະພາ, ແຂວງ ຕວຽນກວາງ ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກປີ 2024, ດ້ວຍຫົວຂໍ້ “ເຄື່ອນໄຫວທີ່ແທດຈິງ, ໃຫ້ບຸລິມະສິດດ້ານແຫຼ່ງກຳລັງໃຫ້ເດັກ”. ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຕວຽນກວາງ ຮ່ວາງຫວຽດເຟືອງ, ສະເໜີໃຫ້: ອຳນາດປົກຄອງຂັ້ນຕ່າງໆ, ໝູ່ຄະນະສຸມໃສ່ເພີ່ມທະວີວຽກງານເບິ່ງແຍງ, ສຶກສາອົບຮົມ ແລະ ປົກປ້ອງເດັກ; ເອົາໃຈໃສ່ຈັດຕັ້ງການເຄື່ອນໄຫວຊຸກຍູ້ສິດມີສ່ວນຮ່ວມຂອງເດັກ; ສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດປອດໄພ, ສົດໃສ.

        ຢູ່ແຂວງລາຍເຈົາ, ຕອນເຊົ້າວັນທີ 28 ພຶດສະພາ, ໄດ້ດຳເນີນພິທີປຸກລະດົມການເຄື່ອນໄຫວເພື່ອເດັກປີ 2024 ແລະ ຍ້ອງຍໍຊົມເຊີຍນັກຮຽນດີເດັ່ນ, ນັກຮຽນທີ່ທຸກຍາກຜ່ານຜ່າຄວາມຫຍຸ້ງຍາກໃນການຮ່ຳຮຽນສົກຮຽນ 2023 – 2024.

        ກ່າວຄຳເຫັນທີ່ພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກປີ 2024, ຈັດຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ, ທ່ານ ຫວູກິມແຢງ, ຮອງຫົວໜ້າພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ນາມດິ້ງ ໃຫ້ຮູ້ວ່າ: ແຂວງນາມດິ້ງ, ມີເດັກປະສົບກັບຄວາມຫຍຸ້ງຍາກເກືອບ 5.000 ຄົນ; ເດັກດຳລົງຊິວິດໃນຄອບຄົບທຸກຍາກຫຼາຍກ່ວາ 2.400 ຄົນ… ຈຳນວນເດັກນ້ອຍນີ້ພວມຕ້ອງການໄດ້ຮັບ, ຊ່ວຍເຫຼືອຂອງວົງຄະນະຍາດເພື່ອມີຊີວິດການເປັນຢູ່ດີງາມກ່ວາ.

        ຕອນເຊົ້າວັນດຽວກັນ, ແຂວງ ນິງທ້ວນ ກໍ່ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກປີ 2024 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ