ຫຼາຍບໍລິສັດຂົນສົ່ງທາງທະເລຟື້ນຟູການເດີນທາງຜ່ານຄອງ Suez

(VOVWORLD) - ຕາມ SCA ແລ້ວ, ບັນດາບໍລິສັດປະກາດຟຶ້ນຟູການເຄື່ອນໄຫວເຊິ່ງລວມມີ: Maersk ຂອງ ແດນມາດ, Evergreen Group ຂອງໄຕ້ຫວັນ (ປະເທດຈີນ) ແລະ CMA CGM ຂອງປະເທດ ຝລັ່ງ.
ຫຼາຍບໍລິສັດຂົນສົ່ງທາງທະເລຟື້ນຟູການເດີນທາງຜ່ານຄອງ Suez - ảnh 1(ພາບປະກອບ AFP/TTXVN)

ວັນທີ 29 ທັນວາ, ອົງການຄຸ້ມຄອງຄອງ Suez (SCA) ຂອງປະເທດ ອີຢິບ ໃຫ້ຮູ້ວ່າ: ນັບມື້ນັບມີຫຼາຍບໍລິສັດຂົນສົ່ງທາງທະເລສາກົນສົ່ງແຈ້ງການເຖິງບັນດາອົງການນີ້ກ່ຽວກັບການຟື້ນຟູການເດີນທາງຜ່ານຄອງ Suez ໃນທະເລແດງ.

        ຕາມ SCA ແລ້ວ, ບັນດາບໍລິສັດປະກາດຟຶ້ນຟູການເຄື່ອນໄຫວເຊິ່ງລວມມີ: Maersk ຂອງ ແດນມາດ, Evergreen Group ຂອງໄຕ້ຫວັນ (ປະເທດຈີນ) ແລະ CMA CGM ຂອງປະເທດ ຝລັ່ງ. ບັນດາບໍລິສັດນີ້ຈະຟື້ນຟູການເຄື່ອນໄຫວທາງທະເລຜ່ານຄອງ Suezນັບແຕ່ຕົ້ນອາທິດໜ້າ.

        ໂດຍເປັນເສັ້ນທາງຄົມມະນາຄົມທາງນ້ຳສຳຄັນ ທີ່ເຊື່ອມຕໍ່ ທະເລເມດີຕາຣາເນ ກັບ ທະເລແດງ, ຄອງ Suez ກວມເອົາ 12% ປະລິມານການຂົນສົ່ງສິນຄ້າດ້ວຍທາງທະເລຂອງໂລກ ແລະ ແມ່ນໜຶ່ງໃນບັນດາແຫຼ່ງລາຍຮັບຕາຕ່າງປະເທດຕົ້ນຕໍ່ຂອງ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ