ຫຼາຍ​ປະ​ເທດ​ ກ່າວ​ເຕືອນພົນ​ລະ​ເມືອງ​ຂອງ​ຕົນ​ອອກ​ຈາກ ຢູ​ແກຼນ

(VOVWORLD) -ວັນທີ 12 ກຸມພາ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການເຈລະຈາທາງໂທລະສັບກ່ຽວກັບສະພາບການ ຢູແກຼນ.

         ໃນຂະນະນັ້ນ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ທ່ານ Jake Sullivan ໄດ້ກ່າວເຕືອນໃຫ້ປະຊາຊົນ ອາເມລິກາ ອອກຈາກ ຢູແກຼນ ໂດຍໄວທີ່ສຸດ ເທົ່າທີ່ຈະໄວໄດ້ ຕໍ່ບັນດາການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນປັດຈຸບັນ.

        ກ່ອນໜ້ານັ້ນວັນທີ 11 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍໄດ້ເຈລະຈາທາງໂທລະສັບກັບການນຳບາງປະເພດພັນທະມິດຂອງ ອາເມລິກາ ລວມມີ ນາຍົກລັດຖະມົນຕີ ການາດາ, ປະທານຄະນະກຳມະການເອີຣົບ, ປະທານສະພາເອີຣົບ, ປະທານາທິບໍດີ ຝລັ່ງ, ນາຍົກລັດຖະມົນຕີ ເຢຍລະມັນ ແລະ ອັງກິດ. ບັນດາຝ່າຍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ລັດເຊຍ ຈັດສົ່ງພົນທະຫານເຕົ້າໂຮມຢູ່ໃກ້ຊາຍແດນທີ່ຕິດກັບກັບ ຢູແກຼນ ພ້ອມທັງຮຽກຮ້ອງໃຫ້ມີມາດຕະການທາງການທູດແກ່ວິກິດການຢູ່ປະເທດນີ້.  ບັນດາຝ່າຍກໍໄດ້ປຶກສາຫາລືຄວາມພ້ອມສືບຕໍ່ປັບປຸງກຳລັງຄວາມສາມາດປ້ອງກັນຢູ່ ຟາກທາງຕາເວັນອອກຂອງກຸ່ມ NATO ໃນກໍລະນີຄວາມເຄັ່ງຕຶງປີນຂັ້ນໄດ.

ນັກຂ່າວ VOV ປະຈຳ ອາເມລິກາ, ຍີ່ປຸ່ນ


ຕອບກັບ

ຂ່າວ/ບົດ​ອື່ນ