ຫຼາຍປະເທດ, ອົງການຈັດຕັ້ງສາກົນຈັດຕັ້ງການເຄື່ອນໄຫວເຊີດຊູແມ່ຍິງໃນໂອກາດວັນທີ 8/3

ຫຼາຍປະເທດ, ອົງການຈັດຕັ້ງສາກົນຈັດຕັ້ງການເຄື່ອນໄຫວເຊີດຊູແມ່ຍິງໃນໂອກາດວັນທີ 8/3 - ảnh 1

(vovworld) -​ ໃນ​ສານ​ອວຍພອນ​ວັນ​ແມ່ຍິງ​ສາກົນ​ທີ 8/3. ສະຫະພັນ​ລັດຖະສະພາ​ໂລກ (IPU) ​ໃຫ້​ຮູ້​ວ່າ, ອັດຕາ​ສ່ວນ​ແມ່​ຍິງ​ເປັນ ສະມາຊິກ​ສະພາ​ແຫ່ງ​ຊາດ​ຢູ່​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ ​ເມື່ອ​ທຽບ​ໃສ່ 20 ປີຜ່ານມາ, ຈາກ 11,3% ​ໃນ​ປີ 1995 ຂຶ້ນ​ເຖິງ 22% ​ໃນ​ປີ 2015.

ວັນ​ທີ 8/3, ຢູ່​ໄທ, ທ່ານ​ນາຍົກລັດຖະມົນຕີ​ໄທ ປຣະຢຸດ ຈັນ​ໂອຊາ ຮຽກຮ້ອງ ປະຊາຊົນ​ປະ​ເທດ​ນີ້​ຊຸກຍູ້​ບົດບາດ​ຂອງ​ແມ່ຍິງ​ໄທ ​ໃນ​ສັງຄົມ ກໍ່​ຄື​ມອບ​ສິດ​ໃຫ້​ແມ່ຍິງ​ຕື່ມ​ອີກ. ການ​ນຳ​ໄທ​ ກໍ່​ຮຽກຮ້ອງ​ຊາວ​ໄທ​ ສືບ​ຕໍ່​ປະກອບສ່ວນ​​ເຂົ້າ​ໃນ​ການ​ມອບ​ສິດ​ໃຫ້​ແມ່ຍິງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ກຳລັງ​ໜູນ​ໃນ​ການ​ປ່ຽນ​ແປງ​ສັງຄົມ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້.

ຢູ່​ປະ​ເທດ​ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊ​ນ ຢືນຢັນ​ວ່າ, ໃນ 2 ທົດ​ສະ​ວັດ​ຜ່ານ​ມາ, ປະ​ເທດ​ກຳປູ​ເຈຍ ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຊຸກຍູ້​ທີ່​ຕັ້ງ​ບົດບາດ​ຂອງ​ແມ່ຍິງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ການ​ເມືອງ ​ແລະ ສຸຂະພາບ​.

ຢູ່​ອິນ​ເດຍ, ທ່ານ​ນາຍົກລັດຖະມົນຕີ  Narendra Modi ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ລັດຖະບານ​ຈະ​ສ້າງ​ຕັ້ງ​ສູນ ​ແລະ ​ສາຍໂທລະສັບໜູນ​ຊ່ວຍ​​ໃຫ້ແມ່​ຍິງ. ທ່ານ​ກໍ່​ຢືນຢັນ​ວ່າ ລັດຖະບານປະ​ເທດ​ນີ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຊີວິດ​ຂອງ​ແມ່ຍິງ​ປະ​ເທດ​ນີ້, ພ້ອມ​ທັງ​ຊຸກຍູ້​ປະຊາຊົນ​ພ້ອມ​ກັນ​ຢຸດ​ຕິ​ທຸກ​ຮູບ​ການຈຳ​ແນ​ກການ​ປະ​ພືດ ​ແລະ ບໍ່​ຍຸຕິ​ທຳ​ສຳລັບ​ແມ່ຍິງ.

ຂ່າວ/ບົດ​ອື່ນ