ຫຼາຍ​ປະ​ເທດ ເອີ​ລົບ​ ອອກ​ຖະ​ແຫຼງ​ການ​ຮ່ວມ​ຮຽກ​ຮ້ອງ​ໃຫ້ຊຸກ​ຍູ້​ນະ​ໂຍ​ບາຍ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຖະແຫຼງການໂດຍແດນມາກຮຽບຮຽງ ແລະ ມີການເຂົ້າຮ່ວມຂອງ ໂອຕາລິດ, ເຢຍລະມັນ, ແອັດສະປາຍ, ແຟງລັງ, ອຽກລັງ, ລຸກຊຳບວກ, ລາດເວີຍ, ໂຮນລັງ, ຊູແອັດ ແລະ ສະໂລວາເກຍ. ບັນດາປະເທດນີ້ມີທັດສະນະລວມວ່າ ນີ້ແມ່ນຈຸດເວລາເພື່ອໃຫ້ບັນດາປະເທດ EU ຊຸກຍູ້ວິວັດການຫັນເປັນສີຂຽວ.
ຫຼາຍ​ປະ​ເທດ ເອີ​ລົບ​ ອອກ​ຖະ​ແຫຼງ​ການ​ຮ່ວມ​ຮຽກ​ຮ້ອງ​ໃຫ້ຊຸກ​ຍູ້​ນະ​ໂຍ​ບາຍ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານລັດຖະມົນຕີກະຊວງດິນຟ້າອາກາດ ແດນມາກ Dan Jorgensen ກ່າວຄຳເຫັນທີ່ COP 26 (ພາບ: Reuters)

ວັນທີ 6 ເມສາ, ບັນດາປະເທດຂຶ້ນກັບ ສະຫະພາບ ເອີລົບ (EU) ໄດ້ອອກຖະແຫຼງການຮ່ວມໂດຍເນັ້ນໜັກວ່າ ບັນດາປະເທດ EU ຄວນຍູ້ໄວຄວາມຄືບໜ້າໃນການເຈລະຈາກ່ຽວກັບນະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ການກະທຳທີ່ມີຄວາມທະເຍີທະຍານວາອີກ ເພື່ອຫຼຸດຜ່ອນການອີງໃສ່ເຊື້ອເພີ້ງຝອດຊິວຂອງລັດເຊຍ.

ຖະແຫຼງການໂດຍແດນມາກຮຽບຮຽງ ແລະ ມີການເຂົ້າຮ່ວມຂອງ ໂອຕາລິດ, ເຢຍລະມັນ, ແອັດສະປາຍ, ແຟງລັງ, ອຽກລັງ, ລຸກຊຳບວກ, ລາດເວີຍ, ໂຮນລັງ, ຊູແອັດ ແລະ ສະໂລວາເກຍ. ບັນດາປະເທດນີ້ມີທັດສະນະລວມວ່າ ນີ້ແມ່ນຈຸດເວລາເພື່ອໃຫ້ບັນດາປະເທດ EU ຊຸກຍູ້ວິວັດການຫັນເປັນສີຂຽວ. ຖະແຫຼງການກໍ່ເນັ້ນໜັກວ່າ ການຢຸດຕິ ຫຼື ລັ່ງເລໃຈ ໃນການກະທຳນັ້ນ ຈະເຮັດໃຫ້ສະພາບການ  ທີ່ ເອີລົບໄດ້ເອື່ອຍອີງໃສ່ແຫຼ່ງສະໜອງພະລັງງານຈາກພາຍນອກ ຮ້າຍແຮງຂຶ້ນຕື່ມ. ຖະແຫຼງການໄດ້ ກະຕຸກຊຸກຍູ້ EU ຕ້ອງເພີ່ມຄວາມໄວໃນການເຈລະຈາກ່ຽວກັບນະໂຍບາຍໃຫມ່ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກອອກຄຳໝັ້ນສັນຍາທີ່ມີຄວາມທະເຍີທະຍານກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ