ຫຼາຍ​ປະ​ເທດ​ກ່າວ​ປະ​ນາມ​ເລື່ອງ​ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ​ກຳ​ລັງ ສ​ປ​ຊ ຢູ່​ລີ​ບັງ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ Guido Crosetto ໄດ້ເນັ້ນໜັກວ່າ ການຍິງປຶນເລັ່ງໃສ່ຖານທີ່ໝັ້ນຂອງ ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ລີບັງ ແມ່ນບໍ່ສາມາດຍອມຮັບໄດ້. 

ວັນທີ 10 ຕຸລາ, ກຳລັງຮັກສາສັນຕິພາບ ສປຊ ຢູ່ ລີບັງ (UNIFIL) ໄດ້ປະກາດວ່າ ມີພະນັກງານ 2 ຄົນຂອງກຳລັງນີ້ໄດ້ຮັບບາດເຈັບພາຍຫຼັງເຫດລົດຖັງຂອງ ອິດສະລາແອັນ ຍິງປຶນໃຫຍ່ເລັ່ງໃສ່ຫໍຍາມແຫ່ງໜຶ່ງໃນບ່ອນຕັ້ງທັບຂອງ UNIFIL ຢູ່ເຂດ Ras al-Naqoura, ທາງທິດໃຕ້ ລີບັງ.

ຮອດຕອນຄ່ຳວັນທີ 10 ຕຸລາ, ກອງທັບອິດສະລາແອັນ ຍັງບໍ່ທັນຢັ້ງຢືນການບຸກໂຈມຕີກຳລັງຮັກສາສັນຕິພາບ ສປຊ ຢູ່ ລີບັງຢ່າງເປັນທາງການ. ເຖິງຢ່າງໃດກໍຕາມ, ຕາມແຈ້ງການທີ່ໄດ້ປະກາດໃນຕອນຄ່ຳວັນທີ 10 ຕຸລາ ຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໂດຍໃຫ້ຮູ້ວ່າ ກຳລັງນີ້ໄດ້ສູ້ຮົບຢູ່ເຂດ Naqoura ໃກ້ກັບຖານທີ່ໝັ້ນຂອງ UNIFIL. ຕາມສື່ມວນຊົນ ອິດສະລາແອັນແລ້ວ, ແຈ້ງການຂອງ IDF ອາດສາມາດໄດ້ຮັບຖືວ່າແມ່ນການຢັ້ງຢືນຂອງກຳລັງນີ້ ກ່ຽວກັບເລື່ອງລົດຖັງ ອິດສະລາແອັນ ໄດ້ຍິງປືນເລັ່ງໃສ່ ຖານທີ່ໝັ້ນຂອງ UNIFIL ເຮັດໃຫ້ພະນັກງານຂອງ ສປຊ ໄດ້ຮັບບາດເຈັບ.

ຫຼາຍປະເທດໄດ້ກ່າວປະນາມການກະທຳຂອງ ອິດສະລາແອັນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ Guido Crosetto ໄດ້ເນັ້ນໜັກວ່າ ການຍິງປຶນເລັ່ງໃສ່ຖານທີ່ໝັ້ນຂອງ ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ລີບັງ ແມ່ນບໍ່ສາມາດຍອມຮັບໄດ້. ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດ ອີຕາລີ ກໍ່ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ອິດສະລາແອັນ ປະຈຳ Rome ມາແຈ້ງຄຳເຫັນຄັດຄ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ