ຫຼາຍປະເທດຄັດຄ້ານອາເມລິກາຖອນຕົວອອກຈາກຂໍ້ຕົກລົງອີຣານ

(VOVWORLD) -ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຖອນອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍ ທີ່ຖືກສະຫະປະຊາຊາດ ແລະ ຫຼາຍປະເທດໃນໂລກຄັດຄ້ານ, ໃນນັ້ນມີລັດເຊຍ, ຝລັ່ງ, ເຢຍລະມັນ ແລະ ອັງກິດ.
ຫຼາຍປະເທດຄັດຄ້ານອາເມລິກາຖອນຕົວອອກຈາກຂໍ້ຕົກລົງອີຣານ - ảnh 1 (ພາບປະກອບ: baogiaothong.vn)

ກະຊວງການຕ່າງປະເທດລັດເຊຍ ໄດ້ອອກຖະແຫຼງການຊີ້ແຈ້ງວ່າ ເຢຍລະມັນ ຈະສືບຕໍ່ຮັກສາຂໍ້ຕົກລົງນິວເຄຼຍທີ່ໄດ້ຮັບການລົງນາມລະຫວ່າງອີຣານ ແລະ ກຸ່ມ P5+1 ເມື່ອປີ 2015 (JCPOA) ໄວ້.

      ທ່ານນາຍົກລັດຖະມົນຕີແບນຊິກ Charles Michel ກໍ່ສະແດງຄວາມຜິດຫວັງຢ່າງເລິກເຊິ່ງຕໍໍ່ການຕັດສິນໃຈຂອງທ່ານປະທານາທິບໍດີອາເມລິກາ ທີ່ປະລະຂໍ້ຕົກລົງນິວເຄຼຍ ອີຣານ ພຽງລຳພັງຝ່າຍດຽວ.

      ໂຄສົກຂອງທ່ານປະທານາທິບໍດີຕວກກີ Ibrahim Kalin ໃຫ້ຂໍ້ສັງເກດວ່າ ເລື່ອງອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງອີຣານ ພຽງລຳພັງຝ່າຍດຽວນັ້ນ ຈະກໍ່ຄວາມຂາດສະຖຽນລະພາບ ແລະ ເກີດການປະທະກັນຄັ້ງໃໝ່.

      ທ່ານປະທານາທິບໍດິອີຣານ Hassan Rouhani ໃຫ້ຮູ້ວ່າ, ປະເທດນີ້ອາດສາມາດສືບຕໍ່ປະຕິບັດຂໍ້ຕົກລົງ ຖ້າຫາກບັນດາຜົນປະໂຫຍດຂອງອີຣານ ກັບບັນດາປະເທດລົງນາມໃນຂໍ້ຕົກລົງໄດ້ຮັບການຮັບປະກັນ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ Hassan Rouhani ກໍ່ຖະແຫຼງວ່າ ຖ້າຫາກວ່າບັນດາຜົນປະໂຫຍດແຫ່ງຊາດຂອງອີຣານ ບໍ່ໄດ້ຮັບການຕອບສະໜອງ, ອີຣານ ຈະເຊື່ອມຕໍ່ການເຄື່ອນໄຫວເສີມທາດຢູຣານີ ອຸດສາຫະກຳຢູ່ໃນລະດັບປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ