ຫຼາຍປະເທດຊົມເຊີຍຄຳສັ່ງຢຸດຍິງຢູ່ ເຢແມນ

(VOVWORLD) -ຂໍ້ຕົກລົງຢຸດຍິງທີ່ແກ່ຍາວເປັນເວລາ 2 ເດືອນຢູ ເຢແມນ ໄດ້ເລີ່ມປະຕິບັດແຕ່ເວລາ 19 ໂມງຂອງວັນທີ 02 ເມສາ.
ຫຼາຍປະເທດຊົມເຊີຍຄຳສັ່ງຢຸດຍິງຢູ່ ເຢແມນ - ảnh 1ຂໍ້ຕົກລົງຢຸດຍິງ ໄດ້ເລີ່ມປະຕິບັດແຕ່ເວລາ 19 ໂມງຂອງວັນທີ 02 ເມສາ
(ພາບປະກອບ: AFP/TTXVN)

ຂໍ້ຕົກລົງຢຸດຍິງອະນຸຍາດໃຫ້ບັນດາກຳປັ່ນຂົນສົ່ງນ້ຳມັນເຂົ້າທຽບທ່າຢູ່ Hodeidah, ກໍ່ຄືອະນຸຍາດໃຫ້ເຮືອບິນການຄ້າເຄື່ອນໄຫວຢູ່ພາຍໃນ ແລະ ນອກສະໜາມບິນ Sanaa, ບິນເຖິງບັນດາສະຖານທີ່ໄດ້ຂຶ້ນແຜນກ່ອນນັ້ນແລ້ວ.

ຫຼາຍປະເທດໄດ້ຊົມເຊີຍຄຳສັ່ງຢຸດຍິງດັ່ງກ່າວ, ຖືນີ້ແມ່ນບາດກ້າວສຳຄັນເປີດແງ່ຫວັງສັນຕິພາບຢູ່ປະເທດທີ່ເກີດການປະທະກັນໃນຕະຫຼອດ 7 ປີຜ່ານມາ. ທ່ານທູດພິເສດຂອງ ອາເມລິກາ ກ່ຽວກັບເຢແມນ Tim Lenderking ຖືວ່າ, ຄຳສັ່ງຢຸດຍິງດັ່ງກ່າວແມ່ນ “ບາດກ້າວທຳອິດ” ເພື່ອກ້າວໄປເຖິງຂໍ້ຕົກລົງຢຸດຍິງຕະຫຼອດໄປ, ຊຸກຍູ້ວິວັດທະນາການການເມືອງ ຜ່ານນັ້ນສ້າງໜ້າໃໝ່ໃຫ້ແກ່ ເຢແມນ.

ນອກນັ້ນ, ຫຼາຍປະເທດລ້ວນແຕ່ສະແດງການສະໜັບສະໜູນ ທີ່ມີຕໍ່ທຸກຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມເພື່ອແນໃສ່ຢຸດຕິວິກິດການຢູ່ ເຢແມນ.

ຕອບກັບ

ຂ່າວ/ບົດ​ອື່ນ