ຫຼາຍ​ປະ​ເທດ​ຕີ​ລາ​ຄາ​ສູງຜົນ​ສຳ​ເລັດຂອງ ຫວຽດ​ນາມ​ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ຜົນສຳເລັດຂອງ ຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ນັກລົງທຶນສາກົນຖື ຫວຽດນາມແມ່ນປະເທດຍຸດທະສາດເພື່ອເຂົ້າມາລົງທຶນ. 
ຫຼາຍ​ປະ​ເທດ​ຕີ​ລາ​ຄາ​ສູງຜົນ​ສຳ​ເລັດຂອງ ຫວຽດ​ນາມ​ ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1ບົດຂຽນຂອງທ່ານAgus Marwan,ໃນໜັງສືພິມ Kontanປະເທດອິນໂດເນເຊຍ

ນີ້ແມ່ນຂໍ້ສັງເກດຂອງທ່ານ Agus Marwan, ເລຂາທິການໃຫຍ່ກອງປະຊຸມເວທີປາໄສວັນນະຄະດີອີນໂດເນເຊຍ ໃນບົດຂຽນ “ ເຄັດລັບເສດຖະກິດຂອງ ຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19” ທີ່ຫາກໍ່ໄດ້ລົງພິມ.

ໃນບົດຂຽນ, ນັກຮຽນຮູ້ອີນໂດເນເຊຍ  ໄດ້ເຕື້ອງເຖິງບັນດາຜົນກະທົບຕໍ່ເສດຖະກິດ ຫວຽດນາມ ຂອງໂລກລະບາດໂຄວິດ-19, ຍຸດທະສາດເສດຖະກິດຂອງ ຫວຽດນາມ ໃນການຮັບມືກັບບັນດາຜົນສະທ້ອນຂອງໂລກລະບາດໂຄວິດ-19 ແລະ ອະນາຄົດຂອງພື້ນຖານເສດຖະກິດ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19. ຜູ້ຂຽນໃຫ້ຂໍ້ສັງເກດວ່າໃນຂະນະທີ່ບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19ນັ້ນ, ແຕ່ ຫວຽດນາມ ແມ່ນປະເທດທີ່ຍັງຄົງມີລະດັບການເຕີບໂຕດ້ານເສດຖະກິດສູງສຸດຢູ່ ອາຊຽນ.

ໃນຂະນະນັ້ນ, ຕາມສຳນັກຂ່າວສານ Bloomberg(ອາເມລິກາ) ຫາກໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນແບບຢ່າງໃຫ້ທົ່ວໂລກຮ່ຳຮຽນກ່ຽວກັບການຟື້ນຟູການທ່ອງທ່ຽວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19, ໃນນັ້ນສຸມໃສ່ນັກທ່ອງທ່ຽວພາຍໃນປະເທດ. ນັກຂຽນ Clara Ferreira Marques ຢູ່ Bloomberg ຖືວ່າ ຫວຽດນາມ ຍູ້ຖອຍ ແລະ ສາມາດຄວບຄຸມໂລກລະບາດໂຄວິດ-19ໄດ້ກໍ່ມີ  ຄວາມໝາຍຄືກັນກັບການທ່ອງທ່ຽວພາຍໃນມີຄວາມສາມາດກັບຄືນສູ່ປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ