ຫຼາຍປະເທດປະກາດບ້ວງເງິນຊ່ວຍເຫຼືອໃຫ້ແກ່ເຂດ ກາຊາ

(VOVWORLD) - ລັດຖະບານ ໂຮນລັງ ໄດ້ແຈ້ງໃຫ້ຊາບວ່າ ພ້ອມແລ້ວຈະປ່ອຍບ້ວງເງິນຊ່ວຍເຫຼືອເພີ່ມເຕີ່ມມີມູນຄ່າ 10,5 ລ້ານ USD ໃຫ້ແກ່ເຂດ ກາຊາ ຕາມຄຳຮຽກຮ້ອງຂອງສະຫະປະຊາຊາດ.
ຫຼາຍປະເທດປະກາດບ້ວງເງິນຊ່ວຍເຫຼືອໃຫ້ແກ່ເຂດ ກາຊາ - ảnh 1ປະຊາຊົນໄປຮັບເຄື່ອງຊ່ວຍເຫຼືອຢູ່ເຂດ ກາຊາ
(ພາບ: THX/TTXVN)

       ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຸ່ມ ຮາມາດ ໃນຊຸດມື້ຜ່ານມາ ພວມເຮັດໃຫ້ການດຳລົງຊີວິດຂອງປະຊາຊົນຢູ່ເຂດ ກາຊາ ຕົກເຂົ້າສູ່ສະພາບນັບມື້ນັບຊົ່ວຮ້າຍລົງ.

        ວັນທີ 17 ຕຸລາ, ລັດຖະບານ ໂຮນລັງ ໄດ້ແຈ້ງໃຫ້ຊາບວ່າ ພ້ອມແລ້ວຈະປ່ອຍບ້ວງເງິນຊ່ວຍເຫຼືອເພີ່ມເຕີ່ມມີມູນຄ່າ 10,5 ລ້ານ USD ໃຫ້ແກ່ເຂດ ກາຊາ ຕາມຄຳຮຽກຮ້ອງຂອງສະຫະປະຊາຊາດ. ບ້ວງເງິນຊ່ວຍເຫຼືອດັ່ງກ່າວຈະໃຊ້ຈ່າຍໃຫ້ແກ່ຄວາມຕ້ອງການທີ່ຈຳເປັນຄື ນ້ຳປະປາ ແລະ ການເບິ່ງແຍງສຸຂະພາບ. ອີກເທື່ອໜຶ່ງ, ໂຮນລັງ ໄດ້ຢືນຢັນທັດສະນະຂອງ ອິດສະຣາແອັນ ມີສິດປ້ອງກັນຕົວພາຍຫຼັງການບຸກໂຈມຕີຂອງຂະບວນການອິດສະລາມ ຮາມາດ.

        ໃນອາທິດກ່ອນ, ທ່ານນາຍົກລັດຖະມົນຕີ ມາເລຊຍ Anwar Ibrahim ຖະແຫຼງວ່າ, ມາເລເຊຍ ໄດ້ຊ່ວຍເຫຼືອເງິນຈຳນວນ 2,1 ລ້ານ USD ໃຫ້ແກ່ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ