ຫຼາຍປະເທດປາດຖະໜາຢາກພັດທະນາການພົວພັນກັບລັດເຊຍ

(VOVWORLD) - ຍີ່ປຸ່ນ ຕັດສິນໃຈຮັກສາການໂອ້ລົມສົນທະນາ ແລະ ການຮ່ວມມືຕັ້ງໜ້າກັບ ລັດເຊຍ...

ວັນທີ 7 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອວຍພອນຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin, ພາຍຫຼັງທີ່ທ່ານນີ້ສະບານຕົວເຂົ້າຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາຍຸການທີ 4. ທ່ານນາງ Sarah Sanders, ເລຂານຸການດ້ານການຂ່າວຂອງທຳນຽບຂາວ ໃຫ້ຮູ້ວ່າ: ທ່ານ Trump ໄດ້ຝາກຄຳອວຍພອນໃຫ້ທ່ານ Putin, ແລະ ສະແດງຄວາມຫວັງວ່າ “ຈະຮອດເວລາ ອາເມລິກາ ມີການພົວພັນອັນດີງາມກັບ ລັດເຊຍ”.

        ແລະ ກໍ່ໃນວັນດຽວກັນ, ທ່ານ Yoshihide  Suga, ຫົວໜ້າຫ້ອງວ່າການຄະນະລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ: ຍີ່ປຸ່ນ ຕັດສິນໃຈຮັກສາການໂອ້ລົມສົນທະນາ ແລະ ການຮ່ວມມືຕັ້ງໜ້າກັບ ລັດເຊຍ, ເພື່ອແນໃສ່ມຸ່ງໄປເຖິງການລົງນາມສົນທິສັນຍາສັນຕິພາບໄລຍະຫຼັງສົງຄາມໂລກຄັ້ງທີ 2 ແລະ ແກ້ໄຂບັນດາການຂັດແຍ້ງກັນດ້ານຜືນແຜ່ນດິນອ້ອມຂ້າງໝູ່ເກາະ Kuril (ເຊິ່ງຍີ່ປຸ່ນ ເອີ້ນວ່າເຂດດິນແດນພາກເໜືອ).

        ລັດຖະບານສະຫະພັນເຢຍລະມັນ ກໍ່ປະກາດໃນວັນທີ 7 ພຶດສະພາວ່າ ທ່ານນາງນາຍົກລັດຖະມົນຕີ Angela Merkel ຈະມີການຢ້ຽມຢາມ ແລະ ເຮັດວຽກໃນທ້າຍອາທິດຈະມາເຖິງຢູ່ນະຄອນ Sochi, ທາງພາກໃຕ້ ລັດເຊຍ, ເພື່ອພົບປະກັບທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin, ຜູ້ຫາກໍ່ໄດ້ຮັບດຳລົງຕຳແໜ່ງອາຍຸການທີ 4.

ຕອບກັບ

ຂ່າວ/ບົດ​ອື່ນ