ຫຼາຍປະເທດຢືນຢັນເຄົາລົບສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ

ຫຼາຍປະເທດຢືນຢັນເຄົາລົບສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe
(ພາບປະກອບ: EPA)

(vovworld) - ຕໍ່ໜ້າ​ເລື່ອງ​ກຳ່​ປັ່ນ​ສູ້​ຮົບ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ​ໃນ​ເຂດ 12 ​ໄມ​ທະ​ເລຢູ່​ອ້ອມ​ເກາະ​ຕ່າງໆ​ໂດຍ​ຈີນ​ ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ ນັ້ນ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ຕໍ່​ການ​ກະທຳ​ດັ່ງກ່າວ, ຖື​ວ່າ​ນີ້​ແມ່ນ​ການ​ກະທຳ​ທີ່​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ທ່ານ​ຢືນຢັນ​ວ່າ, ຍີ່ປຸ່ນ​ ຈະ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ມະຫາ​ສະໝຸດ​ທີ່​ກວ້າງ​ໃຫຍ່. ວັນ​ທີ 29/10, ສື່​ມວນ​ຊົນ​ສິງ​ຄະ​ໂປ​ໃຫ້​ຂ່າວ​ວ່າ, ​ໃນ​ການ​ພົບ​ປະ​ສະ​ເພາະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ​ແລະ ຈີນ​ ປະຈຳ​ສິງ​ຄະ​ໂປ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສິງ​ຄະ​ໂປ Vivian Balakroshnan ​ໄດ້​ຢືນຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ​ສິງ​ຄະ​ໂປ​ ແມ່ນ​ສະໜັບສະໜູນຄວາມເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS). ໜັງສືພິມ “Wall Street Journal“ ຂອງ​ອາ​ເມ​ລິ​ກາ ກໍ່​ໃຫ້​ຮູ້​ວ່າ ອົດ​ສະ​ຕາ​ລີ​ ພວມ​ຄິດ​ໄລ່​ເຖິງ​ຄວາມ​ສາມາດ​ຜັນ​ຂະຫຍາຍ​ກຳ່​ປັ່ນ​ເຖິງ​ບັນດາ​ເກາະ​ໂດຍ​ຈີນ​ກໍ່ສ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາເວັນ​ອອກ. ​ໃນ​ຂະນະ​ນັ້ນ, ປະທານາທິບໍ​ດີ ອິນ​ໂດ​ເນ​ເຊຍ Joko Widodo ກໍ່​ຮຽກຮ້ອງ​ບັນດາ​ຝ່າຍ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລະງັບ​ໃຈ​ຊຸກຍູ້​ຈີນ ​ແລະ ອາ​ຊຽນ ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ຄວບ​ຄຸມ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ທະ​ເລ​ນີ້. ສ່ວນ​ລັດຖະບານ​ອາ​ເມ​ລິ​ກາ​ ກໍ່​ແຈ້ງ​ໃຫ້​ຝ່າຍ​ຍີ່ປຸ່ນ ​ແລະ ບັນດາ​ພັນທະ​ມິດ​ອື່ນໆ​ຊາບກ່ຽວ​ກັບ​ເລື່ອງ​ວໍ​ຊິງ​ຕັນ ​ສືບ​ຕໍ່​ແຜນການ​ລາດ​ຕາ​ເວນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ບົດ​ລາຍ​ງານ​ນີ້, ​ແຜນການ​ຂອງ​ອາ​ເມ​ລິ​ກາ​ ອາດ​ຈະ​ແກ່ຍາວ​ສອງ, ສາມ​ສັບປະດາ ຫຼື​ຍາວ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ