ຫຼາຍ​ປະ​ເທດ​ເອີ​ລົບ​ຮຽກ​ຮ້ອງໃຫ້ ອີ​ຣານ​ຮັກ​ສາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ 2015

(VOVWORLD) -ວັນທີ 12 ມັງກອນ, ບັນດາການນຳອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ ອີຣານ ປະຕິບັດຂໍ້ຕົກລົງນິວເຄຼຍ 2015 ກັບບັນດາປະເທດມະຫາອຳນາດ ຢ່າງຄົບຖ້ວນ ຄືນໃໝ່ ແລະ ອົດກັ້ນໃຈບໍ່ລະເມີດອີກ.
ຫຼາຍ​ປະ​ເທດ​ເອີ​ລົບ​ຮຽກ​ຮ້ອງໃຫ້ ອີ​ຣານ​ຮັກ​ສາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ 2015 - ảnh 1

ພາຍໃນຮາກຖານນິວເຄຼຍ Fordow ຢູ່ Qom ທາງພາກເໜືອ ອີຣານ ໃນວັນທີ 6 ພະຈິກ 2019

(ພາບ: AFP/TTXVN)

ແລະກໍ່ໃນວັນດຽວກັນ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ກັບອີຣານ, ຫຼືຍັງໄດ້ເອີ້ນວ່າ ແຜນການເຄື່ອນໄຫວຢ່າງຮ່ວມຮອບດ້ານ (JPCOA). ການນຳສອງທ່ານກໍ່ໄດ້ຮຽກຮ້ອງໃຫ້ ທຸກໆຝ່າຍທີ່ກ່ຽວຂ້ອງເຖິງການປິນຂັ້ນໄດຂອງຄວາມເຄັ່ງຕຶງ ຫຼ້າສຸດລະຫວ່າງ ອີຣານ ແລະ ອາເມລິກາ ສະແດງຄວາມອົດກັ້ນ.

        ບັນດາຖະແຫຼງການໄດ້ວາງອອກໃນເວລາທີ່ ເອີລົບ ພວມມານະພະຍາຍາມ  ຟື້ນຟູຂໍ້ຕົກລົງນິວເຄຼຍປະຫວັດສາດເຊິ່ງໄດ້ຮັບການລົງນາມກັບ ອີຣານ ໃນປີ 2015, ທີ່ມີຄວາມອ່ອນແອລົງຢ່າງແຮງພາຍຫຼັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງແບບລຳພັງພຽງຝ່າຍດຽວໃນປີ 2018 ແລະ ອີຣານກໍ່ຄ່ອຍໆທຳລາຍບັນດາຄຳໝັ້ນສັນຍາຂອງຕົນ, ປັດຈຸບັນພວມຢູ່ຂັ້ນຕອນທີ 5.

ຕອບກັບ

ຂ່າວ/ບົດ​ອື່ນ