ຫຼາຍ​ປະ​ເທດ​ໃນ​ໂລກ ກວດ​ພົບ​ໄວ​ຣັດ​ສາຍ​ພັນ Omicron

(VOVWORLD) -ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 808.608 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 49.934.791 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ຫຼາຍ​ປະ​ເທດ​ໃນ​ໂລກ ກວດ​ພົບ​ໄວ​ຣັດ​ສາຍ​ພັນ Omicron - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 4 ທັນວາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກວ່າ 265,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,2 ລ້ານຄົນ. ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ 808.608 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 49.934.791 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ ມີຫຼາຍປະເທດໃນໂລກ ຢັ້ງຢືນມີຜູ້ຕິດເຊື້ອໄວຣັດສາຍພັນ Omicron. ສອງປະເທດທີ່ຫາກໍກວດພົບແມ່ນ ຣູມາລີ ແລະ ຈີເລ. ສ່ວນຢູ່ ອາຟະລິກາໃຕ້ - ໜຶ່ງໃນບັນດາປະເທດທຳອິດທີ່ກວດພົບເຊື້ອໄວຣັດດັ່ງກ່າວນັ້ນ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ພວມເພີ່ມຂຶ້ນຢ່າງວ່ອງໄວໃນຊຸມວັນຜ່ານມາ, ແຕ່ລະດັບ 4.373 ຄົນໃນວັນທີ 30 ພະຈິກ ຂຶ້ນລະດັບ 16.366 ຄົນ ໃນວັນທີ 4 ທັນວາ./.

ຕອບກັບ

ຂ່າວ/ບົດ​ອື່ນ