ຫຼາຍປະເທດໄດ້ຕີລາຄາສູງເລື່ອງສຳເລັດສັນຍາTPP

ຫຼາຍປະເທດໄດ້ຕີລາຄາສູງເລື່ອງສຳເລັດສັນຍາTPP - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບປະກອບ)


(vovworld) – ພາຍຫຼັງ​ບັນດາ​ລັດຖະມົນຕີ​ການ​ຄ້າ​ຂອງ 12 ປະ​ເທດ​ເຂ​ົ້າຮ່ວມ​ການ​ເຈລະຈາ ບັນລຸ​ໄດ​້ຂໍ້​ຕົກລົງ​ສຸດ​ທ້າ​ຍສຳລັບ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຟິກ (TPP), ຫຼາຍ​ປະ​ເທດ​ໄດ້​ຊົມ​ເຊີຍ​ເຫດການ​ນີ້. ກ່າວ​ຄ​ຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ທຳນຽບຂາວ, ​ໃນ​ວັນ​ທີ 05/10, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຕີ​ລາຄາ​ວ່າ ຂໍ້​ຕົກລົງ​​ເຊິ່ງບັນດາ​ປະ​ເທດ​ຫາ​ກໍ​ບັນລຸ​ໄດ້ນັ້ນ ​​ແມ່ນ​ສ່ອງ​ແສງ “ບັນດາ​ຄຸນ​ຄ່າ​ຂອງ​ອາ​ເມ​ລິ​ກາ” ​ແລະ “ຖືຄົນງານ​ອາ​ເມ​ລິ​ກາ ​ເປັນ​ສຳຄັນ”.

​ສ່ວນທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ກາ​ນາ​ດາ Ed Fast ຕີ​ລາຄາ​ຂໍ້​ຕົກລົງດັ່ງກ່າວ​ແມ່ນ “ມີ​ລັກສະນະ​ເຊື່ອມ​ຕໍ່​ຢ່າງ​ແທດ​ຈິງ”, ຈະ​ຊ່ວຍ​ກຳນົດ​ທິດ​​ໃຫ້​ອະ​ນາ​ຄົດ ດ້ວຍ​ບັນດາ​ຂໍ້​ຕົກລົງ​ດ້ານ​ການຄ້າອື່ນ​ໃນ​ສະຕະວັດ​ທີ 21.

​ໃນຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ນິວຊີ​ແລນ Tim Groser ​ເນັ້ນ​ໜັກ​ວ່າ, ຂໍ້​ຕົກລົງສຸດ​ທ້າ​ຍທີ່​ຫາ​ກໍ​ບັນລຸ​ໄດ້​ມີ​ຄວາມ​ໝາຍ “ສຳຄັນ​ພິ​ເສດ ​ແລະ ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ສຳລັບ​ປະຊາ​ຊົນລຸ້ນຕ່າ​ງຂອງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ”.

​ແລະ​ກໍ​​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ ຈີ​ເລ Heraldo Munoz ​ໄດ້​ຕີ​ລາ​ຄາ​ວ່າ, TPP ​ແມ່ນ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ທີ່​ລະດັບ​ໂລກ, ລື່ນ​ກາຍທຸກ​ສິ່ງ, ທຸກ​ຢ່າງ​ເຊິ່ງຮອບ​ເຈລະຈາ Doha ​ບໍ່​ທັນ​ບັນລຸ​ໄດ​້​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ