ຫຼາຍປະເທດໄດ້ຕຳນິຕິຕຽນ ອິດສະຣາແອນ ບຸກໂຈມຕີທາງອາກາດ ຊີຣີ

ຫຼາຍປະເທດໄດ້ຕຳນິຕິຕຽນ ອິດສະຣາແອນ ບຸກໂຈມຕີທາງອາກາດ ຊີຣີ - ảnh 1
ອິດສະຣາ​ແອນ ບຸກ​ໂຈມ​ຕີ​ທາງ​ອາກາດ ຊີຣີ
(ພາບ: AP)

(vovworld) – ວັນ​ທີ 5/5, ອີ​ຢິບ ​ໄດ້​ຕຳ​ນິຕິ​ຕຽນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຕ່າງໆ​ຂອງ ອິດສະຣາ​ແອນ ​ເຂົ້າ ຊີຣີ, ​ໃນ​ຂະນະ​ນັ້ນ ສະຫະພັນ ອາຣັບ ​ກໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ມີ​ມາດ​ຕະການ​ເພື່ອ​ແນ​ໃສ່​ຢຸດຕິ​ອັນ​ທີ່​ເອີ້ນ​ວ່າ “​ການ​ບຸກ​ໂຈມ​ຕີ​ຕ່າງໆຂອງ ອິດສະຣາ​ແອນ” ​​ແນ​ໃສ່​​ປະ​ເທດ​ຕາ​ເວັນ​ອອກ​ກາງ ທີ່​ພວມ​ຖືກ​​ທຳລາຍ​ຈາກ​ເສີກ​ກາງ​ເມືອງ​ນີ້. ສະຫະພັນ ອາຣັບ ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ມີ​ການ​ກະທຳ​ໃນ​ທັນທີ​ເພື່ອ​ແນ​ໃສ່​ຢຸດຕິ​​ການ​ບຸກ​ໂຈມ​ຕີ​ຕ່າງໆຂອງ ອິດສະຣາ​​ແອນ​ເລ່ັງ​ໃສ່ ຊີຣີ. ລັດຖະບານ ຊີຣີ ​ໄດ​້ຖະ​ແຫຼ​ງວ່າ: ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຕ່າງໆ​ຂອງ ອິດສະຣາ​ແອນ​​ເຂົ້າຜືນ​ແຜ່ນດິນ​ຂອງປະ​ເທດ​ນີ້ ​ແມ່ນ​ການ​ກະທຳ “ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ບັງອາດ”, ​ເຮັດ​ໃຫ້​ເຂດ​ຕາ​ເວັນ​ອອກ​ກາງ ​ເປັນອັນຕະລາຍ​ກ່ວາ. ​ໃນ​ວັນ​ດຽວ​ກັນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ ທ່ານ William Hague ​ໃຫ້​ຂໍ້​ສັງ​ເກດວ່າ ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດຂອງ ອິດສະຣາ​ແອນ ​ເລັ່ງ​ໃສ່ ຊີຣີ ​​ນັ້ນ​ສະ​ແດງໃຫ້​ເຫັນ​ວ່າ: ສັນຕິພາບ​ໃນ​ທົ່ວ​ເຂດ​ນີ້​ພວມ​ຖືກ​ຂົ່ມ​ຂູ່.

ຂ່າວ/ບົດ​ອື່ນ