ຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ໜ້າ​ຈັບ​ໃຈ​ໃນ​ສັບ​ປະ​ດາ​ການ​ທ່ອງ​ທ່ຽວ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ

(VOVWORLD) - ສັບປະດາການທ່ອງທ່ຽວບ່າເຣ້ຍ - ຫວູງເຕົ່າ ປີ 2023 ດ້ວຍຫົວຂໍ້ “LET’S GO!!! Ba Ria-Vung Tau” ແມ່ນໂອກາດເພື່ອດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼວງຫຼາຍ, ຊ່ວຍໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນຢ່າງແຮງ.
ຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ໜ້າ​ຈັບ​ໃຈ​ໃນ​ສັບ​ປະ​ດາ​ການ​ທ່ອງ​ທ່ຽວ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ - ảnh 1ໂດດຈ້ອງເວີ່ນເວຫາ ແມ່ນກິດຈະກຳໜຶ່ງຂອງສັບປະດາ (ພາບ: TTXVN)

ໂດຍໄດ້ດຳເນີນພາຍໃນ 3 ວັນ ນັບແຕ່ວັນທີ 17 – 19 ພະຈິກ, ສັບປະດາການທ່ອງທ່ຽວບ່າເຣ້ຍ - ຫວູງເຕົ່າ ປີ 2023 ດ້ວຍຫົວຂໍ້ “LET’S GO!!! Ba Ria-Vung Tau” ແມ່ນໂອກາດເພື່ອດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວຈຳນວນຫຼວງຫຼາຍ, ຊ່ວຍໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນຢ່າງແຮງ.

ໃນສັບປະດາ, ແຂກທ່ອງທ່ຽວໄດ້ເຂົ້າຮ່ວມ ແລະ ສຳຜັດກັບກິດຈະກຳຕ່າງໆຄື: ເຂດອາຫານການກິນ ແລະ ງານຕະຫຼາດນັດ OCOP; check in ກັບຮູບປັ້ນຊາຍ; ໂດດຈ້ອງເວີ່ນເວຫາ; ງານບຸນວາວ; ເວທີປາໄສພັດທະນາການທ່ອງທ່ຽວສີຂຽວ; ການປະກວດ drone light; ງານແຂ່ງຂັນແລ່ນ VungTau Discovery Night Run…

 ບ່າເຣ້ຍ - ຫວູງເຕົ່າ ພວມສ້າງຫຼາຍຜະລິດຕະພັນ, ໃນນັ້ນ ມີບັນດາງານບຸນ, ເຫດການວັດທະນະທຳເຊິ່ງໄດ້ຈັດຂຶ້ນເປັນປະຈຳປີເພື່ອດຶງດູດແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ