ຫ໋າຍ​ຝ່ອງ​ຕ້ອງ​ກຳ​ນົດ​ທີ່​ຕັ້ງ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຢ່າງ​ຈະ​ແຈ້ງເພື່ອ​ພັດ​ທະ​ນາ

(VOVWORLD) - ຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຫ໋າຍຝ່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມຄັ້ງທີ 18, ສະພາປະຊາຊົນນະຄອນ ຫ໋າຍຝ່ອງ ຊຸດທີ 16, ອາຍຸການ 2021 – 2026.

ຫ໋າຍ​ຝ່ອງ​ຕ້ອງ​ກຳ​ນົດ​ທີ່​ຕັ້ງ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຢ່າງ​ຈະ​ແຈ້ງເພື່ອ​ພັດ​ທະ​ນາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນານ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນານ ເຈິ່ນແທັງເໝິນ ໄດ້ສະເໜີຫ໋າຍຝ່ອງຕ້ອງກຳນົດທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງຈະແຈ້ງເພື່ອການພັດທະນາ ບັນລຸ ແລະ ລື່ນກາຍບັນດາດັດຊະນີເສດຖະກິດສັງຄົມປີ 2024. ພ້ອມກັນນັ້ນ, ທາງນະຄອນຕ້ອງສຸມໃສ່ຍູ້ໄວຄວາມຄືບໜ້າໂຄງການລົງທຶນສາທາລະນະບັນດາກິດຈະກຳຈຸດສຸມກ່ຽວກັບການສ້າງພື້ນຖານໂຄງລ່າງ, ພ້ອມທັງສ້າງເງື່ອນໄຂ, ສົ່ງເສີມທຸກພາກສ່ວນເສດຖະກິດເຂົ້າຮ່ວມການລົງທຶນພັດທະນາບັນດາກິດຈະກຳເສດຖະກິດ, ວັດທະນະທຳ, ສັງຄົມ… ເພື່ອໃຫ້ຫ໋າຍຝ່ອງກາຍເປັນນະຄອນເປັນໜ້າດຳລົງຊີວິດ, ຂຽວສະອາດ ແລະ ສວຍງາມ; ດຶງດູດແຂກທ່ອງທ່ຽວ ແລະ ນັກລົງທຶນ.

ທ່ານປະທານສະພາແຫ່ງຊາດນັ້ນໜັກວ່າ ແຫຼ່ງກຳລັງປະຕິຮູບ, ປ່ຽນແປງໃໝ່, ກ້າຄິດກ້າທຳ, ກ້າບຸກທະລຸ ບໍ່ພຽງແຕ່ຈະສ້າງກຳລັງໜູນໃນການພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ, ຂອງເຂດເທົ່ານັ້ນ ຫາກຍັງເຊື່ອມຕໍ່ຫ໋າຍຝ່ອງ ກັບຕະຫຼາດສາກົນ ອີກດ້ວຍຜ່ານນັ້ນ ກໍ່ສ້າງນະຄອນໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ, ທັນສະໄໝ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູມສຸກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເຮັດວຽກກັບການນຳຄະນະປະຈຳຄະນະພັນນະຄອນ ນະຄອນຫ໋າຍຝ່ອງ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

 ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບການວາງແຜນຜັງພື້ນທີ່ ທະເລແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ນີ້ແມ່ນຄັ້ງທຳອິດສະພາແຫ່ງຊາດປະກາດໃຊ້ແຜນຜັງນີ້. ຂ້າພະເຈົ້າສະເໜີ ຫ໋າຍຝ່ອງເປັນເຈົ້າການຜັນຂະຫຍາຍປະຕິບັດການວາງແຜນຜັງນີ້ຕາມຂັ້ນຕອນ. ທ່າແຮງຂອງຫ໋າຍຝ່ອງແມ່ນເຂດຝັ່ງທະເລຍາວ 125 ກີໂລແມັດ ແລະ ເນື້ອທີ່ທະເລປະມານ 4000 ກີໂລຕາແມັດ, ຂ້າພະເຈົ້າສະເໜີຫາຍຝ່ອງເສີມຂະຫຍາຍແຫຼ່ງກຳລັງນີ້ຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ