ຫາຍຟ່ອງ - ຈຸດພົ້ນເດັ່ນໃນການພັດທະນາເຮືອນຢູ່ສັງຄົມ

(VOVWORLD) - ຕາມແຜນຮ່າງພັດທະນາເຮືອນຢູ່ສັງຄົມ 1 ລ້ານຫຼັງ, ໂດຍທ່ານນາຍົກລັດຖະມົນຕີອະນຸມັດຜ່ານ, ນະຄອນ ຫາຍຟ່ອງ ໄດ້ມອບຄາດໝາຍກໍ່ສ້າງເຮືອນຢູ່ສັງຄົມໃຫ້ໄດ້ 33.500 ຫຼັງນັບແຕ່ນີ້ຮອດປີ 2030.
ຫາຍຟ່ອງ - ຈຸດພົ້ນເດັ່ນໃນການພັດທະນາເຮືອນຢູ່ສັງຄົມ - ảnh 1 (ທ່ານຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຫງວຽນວັນຊິງ)

        ຕອນເຊົ້າວັນທີ 16 ສິງຫາ, ຢູ່ນະຄອນ ຫາຍຟ່ອງ, ພະແນກກໍ່ສ້າງ ຫາຍຟ່ອງ ໄດ້ສົມທົບກັບໜັງສືພິມ ຕຽນຟອງ ຈັດກອງປະຊຸມສຳມະນາ “ຫາຍຟ່ອງ - ຈຸດພົ້ນເດັ່ນໃນການພັດທະນາເຮືອນຢູ່ສັງຄົມ”.

        ຕາມແຜນຮ່າງພັດທະນາເຮືອນຢູ່ສັງຄົມ 1 ລ້ານຫຼັງ, ໂດຍທ່ານນາຍົກລັດຖະມົນຕີອະນຸມັດຜ່ານ, ນະຄອນ ຫາຍຟ່ອງ ໄດ້ມອບຄາດໝາຍກໍ່ສ້າງເຮືອນຢູ່ສັງຄົມໃຫ້ໄດ້ 33.500 ຫຼັງນັບແຕ່ນີ້ຮອດປີ 2030. ດ້ວຍຄວາມຕັດສິນໃຈກໍ່ສ້າງເຮືອນຢູ່ສັງຄົມສຳເລັດລື່ນກາຍຄາດໝາຍ 33.500 ຫຼັງ ແລະ ກໍ່ສ້າງສຳເລັດກ່ອນປີ 2030, ລື່ນກາຍແຜນການທີ່ທ່ານນາຍົກລັດຖະມົນຕີມອບໃຫ້, ມາຮອດປະຈຸບັນ, ດ້ວຍ 9 ໂຄງການກໍ່ສ້າງ, ຫາຍຟ່ອງ ກໍ່ສ້າງເຮືອນຢູ່ສັງຄົມໄດ້ກວ່າ 15.000 ຫຼັງແລ້ວ.

        ທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ຫງວຽນວັນຊິງ, ໄດ້ຕີລາຄາສູງວຽກງານຊີ້ນຳ, ນຳພາ, ປະຕິບັດຂອງ ຫາຍຟ່ອງ ໃນການພັດທະນາເຮືອນຢູ່ສັງຄົມໃນໄລຍະຜ່ານມາ.

        “ບັນດາໂຄງການກໍ່ສ້າງເຮືອນຢູ່ສັງຄົມຂອງ ຫາຍຟ່ອງ, ນອກຈາກການລົງທຶນຕອບສະໜອງບັນດາພື້ນຖານໂຄງລ່າງເຕັກນິກ, ພື້ນຖານໂຄງລ່າງສັງຄົມແລ້ວ ຍັງມີຄວາມເອົາໃຈໃສ່ເຖິງຄຸນນະພາບບັນດາໂຄງການ. ບັນດາໂຄງການເຮືອນຢູ່ສັງຄົມຢູ່ທີ່ນີ້ມີຄຸນນະພາບຄືເຮືອນຢູ່ການຄ້າ, ຊ້ຳບໍ່ໜຳມີຫຼາຍໂຄງການຂຽວ, ງາມກວ່າບັນດາໂຄງການເຮືອນຢູ່ການຄ້າຄືໄດ້ລົງທຶນກ່ອນນີ້. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ຫາຍຟ່ອງ ເອົາໃຈໃສ່ທີ່ສຸດເຖິງຄຸນນະພາບການດຳລົງຊີວິດໃນບັນດາໂຄງການພັດທະນາເຮືອນຢູ່ສັງຄົມ”.

        ທ່ານຮອງລັດຖະມົນຕີຫວັງວ່າ, ທາງນະຄອນຈະປະຕິບັດສຳເລັດເປົ້າໝາຍໃນການພັດທະນາເຮືອນຢູ່ສັງຄົມໃນບໍລິເວນໃຫ້ສຳເລັດໂດຍໄວ, ຊືບຕໍ່ໍ່ຊຸກຍູ້ຄວາມຄືບໜ້າບັນດາໂຄງການ, ກໍ່ສ້າງສຳເລັດ ແລະ ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ