ຫາຍ​ຟ່ອງ ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສາ​ກົນ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ທຳ​ມະ​ຊາດ

(VOVWORLD) -ມາຮອດປັດຈຸບັນ, ສຳເນົາເອກະສານດັ່ງກ່າວ ຕອບສະໜອງໄດ້ຕາມຄຳຮຽກຮ້ອງທາງດ້ານເຕັກນິກແລ້ວ. ນະຄອນ ຫາຍຟ່ອງ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍປະຕິບັດການເຄື່ອນໄຫວລະອຽດ ດ້ວຍຄວາມຕັດສິນໃຈ ອະນຸລັກຮັກສາ ແລະ ເສີມຂະຫາຍຄຸນຄ່າ ກໍຄືລັກນະນະຄົບຖ້ວນຂອງມໍລະດົກແຫ່ງນີ້ໃຫ້ເປັນຢ່າງດີທີ່ສຸດ.
ຫາຍ​ຟ່ອງ ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສາ​ກົນ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ທຳ​ມະ​ຊາດ - ảnh 1ການຕ້ອນຮັບ ແລະ ເຮັດວຽກກັບຄະນະຕີລາຄາຂອງ ສະຫະພັນອະນຸລັກທຳມະຊາດສາກົນ (ພາບ: haiphong.gov.vn)
 
 

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ເລຄັກນາມ ຫາກໍໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຕີລາຄາຂອງ ສະຫະພັນອະນຸລັກທຳມະຊາດສາກົນ (IUCN) ໂດຍ ທ່ານນາງ Aberg Ellen Ulrika ເປັນຫົວໜ້າຄະນະ ກ່ຽວກັບສຳເນົາເອກະສານສະເໜີໃຫ້ຮັບຮອງເອົາ ອ່າວ ຮະລອງ - ໝູ່ເກາະ ກາດບ່າ ເປັນມໍລະດົກວັດທະນະທຳໂລກ. ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບເງື່ອນໄຂ, ຂັ້ນຕອນການຕີລາຄາມໍລະດົກ ອ່າວຮະລອງ - ໝູ່ເກາະ ກາດບ່າ ເຊິ່ງບໍ່ພຽງແຕ່ອີງໃສ່ຄຸນຄ່າພົ້ນເດັ່ນທົ່ວໂລກເທົ່ານັ້ນ ຫາກຍັງອີງໃສ່ລັກສະນະຄົບຖ້ວນ ແລະ ມາດຕະການອະນຸລັກຮັກສາມໍລະດົກ. ຜົນຂອງການກວດກາຕົວຈິງໃນຄັ້ງນີ້ ຈະແມ່ນປັດໄຈສຳຄັນຊ່ວຍໃຫ້ ສະຫະພັນອະນຸລັກທຳມະຊາດສາກົນ ມີຫຼັກຖານທາງດ້ານວິທະຍາສາດ ແລະ ຕົວຈິງເພື່ອຍົກອອກຂໍ້ສະເໜີແນະ ຍື່ນສະເໜີຕໍ່ ຄະນະກຳມະການມໍລະດົກໂລກ ກ່ອນທີ່ຈະຮັບຮອງເອົາການຈົດລາຍຊື່ສະເໜີມໍລະດົກ ໃນກອງປະຊຸມປະຈຳປີ ເຊິ່ງຈະຈັດຂຶ້ນໃນປີ 2022.       

ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ເລຄັກນາມ ໃຫ້ຮູ້ວ່າ, ມາຮອດປັດຈຸບັນ, ສຳເນົາເອກະສານດັ່ງກ່າວ ຕອບສະໜອງໄດ້ຕາມຄຳຮຽກຮ້ອງທາງດ້ານເຕັກນິກແລ້ວ. ນະຄອນ ຫາຍຟ່ອງ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍປະຕິບັດການເຄື່ອນໄຫວລະອຽດ ດ້ວຍຄວາມຕັດສິນໃຈ ອະນຸລັກຮັກສາ ແລະ ເສີມຂະຫາຍຄຸນຄ່າ ກໍຄືລັກນະນະຄົບຖ້ວນຂອງມໍລະດົກແຫ່ງນີ້ໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ